ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຕຳຖາດ

(0 ໂຫວດ) • ໂດຍ ທີມແຊບ yoosai.la

1 ຈານ · ງ່າຍ · 30 ນາທີ · ຖືກ

ຕຳຖາດ ແມ່ນຕຳໝາກຫຸ່ງ ແລ້ວ ເອົາມາໃສ່ຖາດໃຫຍ່ໆ ມີຂອງກັບ ຫລາຍໆຢ່າງ ໃສ່ຕາມໃຈ. ແຊບສຸດ :)

ວິດິໂອ

ເຄື່ອງປຸງ

ເຄື່ອງຕຳໝາກຫຸ່ງ

ວິທີເຮັດ

1. ເອົາຄົກມາຕຳ ໝາກເຜັດ, ກະທຽມ, ນ້ຳຕານ, ແປ້ງນົວ ໃຫ້ແຫລກ ແລະ ໃສ່ໝາກຫຸ່ງ, ໝາກເອິກ, ໝາກເລັ່ນ, ໝາກກອກ, ບີບໝາກນາວໃສ່, ປາແດກ ຖອກລົງ, ແລະ ຕ່ອນປາແດກ. ຕຳໃຫ້ເຂົ້າກັນດີ ແລ້ວ ຊີມໃຫ້ພໍດີຕາມໃຈມັກ.

2. ຖອກໃສ່ ຖາດທີ່ມີ ໄຂ່ຕົ້ມ, ໄຂ່ຍ່ຽວມ້າ, ຈືນປາແຫ້ງ, ຂຽບໝູ, ໄສ້ອົ່ວຫວານ, ແລະ ຜັກຕ່າງໆ. ເຊີນແຊບໄດ້ເລີຍ :)


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ