ໜ້າຫຼັກສູດອາຫານລາວປະເພດ ອົບ/ເອາະ/ຕຸ໋ນ

ອ່ອມຫອຍ

(0 ໂຫວດ) • ໂດຍ ສາວບີ່ ເມືອງເຟືອງ

4 ຄົນ · ປານກາງ · 40 ນາທີ · ຖືກ

ອ່ອມຫອຍ ຄືໜຶ່ງໃນດວງໃຈ ຂອງຂ້ອຍ :) ກັບບ້ານ ຍາມໃດ ແມ່ມັກ ເຮັດໃຫ້ກິນຕະຫລອດ. ມັນແຊບ ມັນນົວ ມັນຫອມປາແດກ ແລະ ຜັກອີເລີດ ຄື ມັນເຂົ້າກັນສຸດ!

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ໃຊ້ໝໍ້ຂາງ, ຖອກນ້ຳມັນ ໃສ່ໃຫ້ຮ້ອນ ແລ້ວ ເອົາກະທຽມ ແລະ ຫອມບົ່ວແດງ ລົງຈຽວ ຈົນຫອມ ເຫລືອງ.

2. ໃສ່ ຫົວສີໄຄຊອຍ ແລະ ໝາກເຜັດ. ໃສ່ ເກືອ ແລະ ແປ້ງນົວ. ຂົ້ວ ຈົນຫອມ ແລະ ອອກແຫ້ມໜ້ອຍໜຶ່ງ.

3. ແລ້ວຈຶ່ງ ເອົາຫອຍລົງຂົ້ວ. ໃສ່ປາແດກ ແລະ ເຂົ້າເບືອ, ຕາມດ້ວຍ ໃບຂີ້ຫູດສົດໆ ຫລາຍໆໂລດ. ຂົ້ວໃຫ້ເຂົ້າກັນກ່ອນ (ໃຊ້ໄຟແຮງ).

4. ຈາກນັ້ນ ໃສ່ນ້ຳ ແລ້ວ ປິດຝາໝໍ້ໄວ້ ເຮັດໄຟອ່ອນ ປະມານ 20 ນາທີ (ຄົນບາງຄັ້ງ ເພາະຢ້ານເຂົ້າເບືອໄຫມ້).

5. ຊີມລົດຕາມໃຈ ແລ້ວໃສ່ ຜັກອີເລີດ. ປິດໄຟ ເສີບໄດ້, ພ້ອມແຊບ ເລີຍ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ