ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຕຳໝີ່ໄວໄວ

(1 ໂຫວດ) • ໂດຍ Tou

1 ຈານ · ປານກາງ · 15 ນາທີ · ຖືກ

ເຊື່ອວ່າ ຫລາຍຄົນ ມັກກິນໝີ່ ໄວໄວເນາະ, ນອກຈາກ ຊິຕົ້ມແລ້ວ ກະຕຳນີ້ແຫລະ ທີ່ມັນແຊບ :)

ເຄື່ອງປຸງ

ວິທີເຮັດ

1. ຕົ້ມນ້ຳໃຫ້ຟົດ, ລວກ ໝາກຖົ່ວ, ຜັກບົ້ງ, ແລະ ຜັກກະລ່ຳ, ຈາກນັ້ນ ໃສ່ໝີ່ລົງໄປ ຕົ້ມ ປະມານ 2 ນາທີ. ແລ້ວ ຖອກນ້ຳອອກ ແລະ ລ້າງນ້ຳເຢັນ ທັນທີ ເພື່ອ ໃຫ້ມັນກອບ.

2. ຕຳເຄື່ອງ: ໝາກເຜັດ, ກະທຽມ, ນ້ຳຕານ, ແປ້ງນົວ, ກະປິ. ໃສ່ ໝາກເລັ່ນຊອຍ, ບີບໝາກນາວໃສ່ ແລະ ໃສ່ປາແດກ.

3. ໃສ່ ຜັກ ແລະ ໝີ່ (ໃສ່ເຄື່ອງປຸງ ຂອງໝີ່ ໝາກເຜັດ ແລະ ພິກໄທ) ຕຳ ຄ່ອຍໆ ໃຫ້ເຂົ້າກັນ. ຊີມລົດຊາດໃຫ້ພໍດີ, ໂຮຍ ຖົ່ວດິນໃສ່ ແລ້ວເສີບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ