ໜ້າຫຼັກສູດອາຫານລາວປະເພດ ອົບ/ເອາະ/ຕຸ໋ນ

ເອາະປານ້ອຍ ໃສ່ໜໍ່ສົ້ມ ແບບບ້ານນອກ

(0 ໂຫວດ) • ໂດຍ ສາວບີ່ ເມືອງເຟືອງ

2 ຄົນ · ງ່າຍ · 30 ນາທີ · ຖືກ

ປານ້ອຍບ້ານເຮົາມີຫລາຍ ແມ່ນຍາມເຮັດນາ, ໂຕທີ່ແຊບສຸດ ແມ່ນປາປົກ. ມື້ິນີ້ ເຫັນປາເຫລືອຢູ່ຕູ້ເຢັນ ເລີຍເອົາມາເອາະໃສ່ ໜໍ່ສົ້ມ. ເຄັດລັບ ຄວາມແຊບເອກະລັກສະເພາະຢູ່ນີ້ ແມ່ນໃສ່: ໝາກແຂ່ນດິບ, ໃບຂີງນ້ອຍ, ແລະ ຜັກ ອີຕູ່ດອກແຫລ້ເດີ.

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຈີ່ໝາກເຜັດດິບກ່ອນ

2. ຄ້າງໝໍ້ ໃສ່ນ້ຳ ປະມານ 1 ຖ້ວຍແກງ ໃຫ້ຟົດ, ໃສ່ເກືອ, ໃສ່ຫົວສີໄຄທຸບ, ໃສ່ໜໍ່ສົ້ມ, ຕາມດ້ວຍ ປານ້ອຍລົງໄປ. ແລະ ຊອຍ ຫລື ຈີກໝາກເຜັດທີ່ຈີ່ ນັ້ນລົງໝໍ້ເລີຍ.

3. ຕຳໝາກແຂ່ນດິບ ໃຫ້ມຸ່ນ ແລ້ວ ໄປໃສ່ໝໍ້. ເອາະໄວ້ ປະມານ 15 ນາທີ ຫລື ຈົນປານ້ອຍສຸກ. ໃສ່ແປ້ງນົວ ແລະ ຊີມລົດຊາດ ໃຫ້ພໍດີ.

4. ໃສ່ຫອມຊອຍທຸກຢ່າງລົງໄປ ຄົນໃຫ້ເຂົ້າກັນ ແລ້ວປິດໄຟ. ຕັກເສີບໄດ້ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ