ໜ້າຫຼັກສູດອາຫານອາເມລິກາເຄື່ອງດື່ມ

ນ້ຳໝາກພິລາປະສົມນົມຢາຄູ້

(0 ໂຫວດ) • ໂດຍ f00dfrenzi

2 ຈອກ · ງ່າຍ · 10 ນາທີ · ຖືກ

ຂ້ອຍໄດ້ຕົກຫລຸມຮັກ ເຄື່ອງດື່ມນີ້ຢ່າງແຮງ 🤤😋

ເຄື່ອງປຸງ

ວິທີເຮັດ

1. ປະສົມ ນົມຢາຄູ້ ກັບ ນ້ຳໝາກພິລາ ຫລື ໂຊດາ ຫລື ເຫລົ້າໂຊຈູ ເກົາຫລີ (ຖ້າມັກ) ໃສ່ໃນ ຖົງຢາງສຳລັບແຊ່ແຂງ ທີ່ຮີດອັດໄດ້. ຮີດອາກາດ ອອກໃຫ້ໝົດກ່ອນອັດຖົງ ໃຫ້ແໜ້ນ.

2. ປະສົມ ນ້ຳກ້ອນ ແລະ ເກືອ ໃສ່ຖົງໃຫຍ່. ແລ້ວ ເອົາຖົງປະສົມນົມຢາຄູ້ ນັ້ນຍັດເຂົ້າໄປໃນຖົງນີ້.

3. ຮີດອາກາດຈາກຖົງນ້ຳກ້ອນອອກ ແລ້ວອັດໃຫ້ແໜ້ນ.

4. ນວດຖົງນ້ຳກ້ອນໄປມາ ປະມານ4-8 ນາທີ ຈົນກວ່າຈະໄດ້ ເນື້ອສຳຜັດ ຂອງນ້ຳໝາກໄມ້ປະສົມຢາຄູ້ນຽນ (ເຄັດລັບ: ໃຫ້ໃສ່ຜ້າ ປົກໄວ້ ຕອນນວດ ຈິ່ງບໍ່ເຢັນມື).

5. ແລ້ວ ເອົາຖົງຢາຄູ້ນ້ຳໝາກໄມ້ ອອກມາຈາກຖົງນ້ຳກ້ອນ. ເທໃສ່ຈອກ ແລ້ວ ຕົບແຕ່ງດ້ວຍ ໝາກພິລາເພີ່ມຄວາມງາມ. ເສີບໄດ້ເລີຍ :)


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ