ໜ້າຫຼັກສູດອາຫານລາວປະເພດປີ້ງ/ດາດ

ປີ້ງກ້ວຍ/ມັນໜີບກະທິ

(1 ໂຫວດ) • ໂດຍ ທີມແຊບ yoosai.la

1 ຈານ · ປານກາງ · 30 ນາທີ · ຖືກ

ປີ້ງກ້ວຍປີ້ງມັນໜີບກະທິ ເປັນຂອງຫວານ ສຸດໂປດ ອີກຈານໜຶ່ງ ເລີຍກະວ່າໄດ້, ມັນເປັນລົດຊາດ ແບບບ້ານໆທີ່ກິນບໍ່ເຄີຍລ່ຽນ ຈັກເທື່ອ. ຍິ່ງກິນຍາມໜາວແລ້ວ ຍິ່ງຟິນສຸດໆ :)

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ປອກກ້ວຍ ແລ້ວເອົາໄປປີ້ງ ໃສ່ໄຟອ່ອນ (ຫລືໃຜຊິເອົາກ້ວຍປອກແລ້ວໄປ ຕາກແດດ1 ກ່ອນປີ້ງກະໄດ້ ຈະຍິ່ງຫວານຂຶ້ນ). ແລະ ໃຫ້ປີ້ງມັນດ້າງພ້ອມກັນ

2. ໃນຂະນະລໍຖ້າກ້ວຍ ແລະ ມັນສຸກ ໃຫ້ກຽມນ້ຳກະທິ:

- ຄ້າງໝໍ້ນ້ອຍ ເຮັດໄຟອ່ອນໆ ຖອກກະທິລົງ, ຕາມດ້ວຍນ້ຳຕານ, ເກືອ, ແລະ ໃບເຕີຍ. ໃຈເຢັນ! ຄ່ອຍຕົ້ມໄຟອ່ອນ ແລະ ຄົນໃຫ້ນ້ຳຕານເປື່ອຍ. ສຸດທ້າຍໃຫ້ໃສ່ ເຫຍື້ອໝາກພ້າວອ່ອນລົງໄປ ແລ້ວປິດໄຟ. ປະໃຫ້ເຢັນ.

3. ເອົາກ້ວຍປີ້ງສຸກແລ້ວ ອອກມາ ຕັດເປັນຕ່ອນ ແລ້ວໜີບໃຫ້ແປ. ສ່ວນມັນກະປອກເປືອກ ເອົາແຕ່ທາງໃນມັນ.

4. ຈັດກ້ວຍໜີບ ແລະ ມັນ ໃສ່ຈານ ແລ້ວໂຮຍນ້ຳກະທິລົງ. ສ່ຳນີ້ ກະໄດ້ຂອງຫວານແຊບໆ ແລ້ວ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

ຕາແຊບ

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ