ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດປີ້ງ/ດາດ

ພິດຊ່າຫວຽດນາມ

(1 ໂຫວດ) • ໂດຍ ທີມແຊບ yoosai.la

1 ປ່ຽງ · ງ່າຍ · 20 ນາທີ · ຖືກ

ພິດຊ່າ ຫວຽດວ່າຊັ້ນ! ເຮັດງ່າຍໆ ແຖມແຊບອີກ. ລອງໄປເຮັດເລີຍ !!

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ວາງແຜ່ນຢໍ່ຂາວລົງຕານ່າງເຕົາປີ້ງ

2. ທາເນີຍໃສ່ແຜ່ນຢໍ່ໃຫ້ທົ່ວ

3. ໃສ່ໄຂ່ແດງລົງໄປກ່ອນ ແລ້ວຈິ່ງເອົາໄຂ່ຂາວລົງ. ທາໄຂ່ໃຫ້ທົ່ວແຜ່ນ

4. ໃສ່ໝູສັບ ແລະ ປູອັດລົງໄປໃຫ້ເຕັມແຜ່ນ

5. ໂຮຍພິກໄທໃສ່, ຕາມດ້ວຍ ຫອມບົ່ວໃບ, ແລະ ຫອມບົ່ວຈຽວ

6. ໃສ່ສະອິ້ວ ຈັກ 2-3ຢົດ ແລະ ໃສ່ຊ໋ອດໝາກເຜັດ ລົງໄປຕາມມັກ.

7. ເອົາອອກ ຈາກເຕົາ ກຽມແຊບໄດ້ !

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ