ໜ້າຫຼັກສູດອາຫານລາວປະເພດແຈ່ວ

ແຈ່ວລູກຊີ້ນ

(2 ໂຫວດ) • ໂດຍ ທີມແຊບ yoosai.la

1 ຖ້ວຍ · ປານກາງ · 20 ນາທີ · ຖືກ

ສະບາຍດີ ມື້ນີ້ຊິພາມາເຮັດແຈ່ວລູກຊີ້ນ ແຊບໆກິນເອງຢູ່ບ້ານ. ມາເລີ່ມກັນເລີຍ!

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຂົ້ວໝາກເຜັດໃສ່ໝໍ້ຂາງໃສ່ເກືອຢິບມືໜຶ່ງ, ຂົ້ວຈົນແຫ້ງກອບດີ ແລ້ວຕຳປະໄວ້.

2. ຄ້າງໝໍ້ໃສ່ນ້ຳປະມານ 1 ຖ້ວຍແກງ ແລ້ວໃສ່ໝາກຂາມປຽກລົງຕົ້ມຈົນເປື່ອຍ, ຈາກນັ້ນເອົາມາຕອງເອົາແຕ່ນ້ຳໃຫ້ໄດ້ປະມານ 1 ຖ້ວຍແກງ

3. ສັບໝາກເລັ່ນໃຫ້ມຸ່ນ

4. ເອົານ້ຳໝາກຂາມປຽກນັ້ນເທລົງໝໍ້ຕົ້ມອີກ, ໃສ່ເກືອ, ນ້ຳປາ, ນ້ຳຕານ, ກະທຽມ, ໝາກເລັ່ນສັບ, ແລະ ເຜັດປົ່ນທີ່ຕຳໄວ້. ຕົ້ມໃຫ້ຟົດໄຟອ່ອນ ປະມານ 15 ນາທີ (ຕື່ມນ້ຳໄດ້ຖ້າມັນແຫ້ງໂພດ)

5. ເອົານ້ຳເຢັນຄົນໃສ່ແປ້ງສິງກະໂປໃຫ້ລະລາຍກ່ອນ ແລ້ວຈິ່ງຖອກລົງ ໝໍ້ແຈ່ວ, ຄົນຈົນແປ້ງສຸກ ແລະ ຂຸ້ນໜຽວຕາມມັກ.

6. ຊີມລົດ ຕາມໃຈມັກ ແລ້ວ ໃສ່ ໝາກເຜັດຂົ້ວເປັນໜ່ວຍອີກ ເພີ່ມຄວາມຈີ້ດຈ້າດ. ແລ້ວປົງປະໄວ້ໃຫ້ເຢັນ

7. ຈືນລູກຊີ້ນ ແລະ ຮ໋ອດດ໋ອກໃຫ້ສຸກ ແລ້ວ ຮວດດ້ວຍແຈ່ວ. ໂຮຍໜ້າ ດ້ວຍຖົ່ວດິນປົ່ນ ( ແລະ ຫອມເປຊອຍຖ້າມັກ). ສ່ຳນີ້ກະແຊບ ຢູ່ບ້ານໄດ້ແລ້ວ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ