ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ເຄື່ອງດອງ-ແຕງດອງ

(3 ໂຫວດ) • ໂດຍ Kimmi Kim

1 ຖ້ວຍ · ງ່າຍ · 15 ນາທີ · ຖືກ

ເຮັດເຄື່ອງດອງງ່າຍໆ ແບບນີ້ໄວ້ກິນເອງ, ກິນກັບຫຍັງກໍ່ໄດ້ ເຊັ່ນ: ໝູສະເຕ໊ະ,​ ໃສ່​ເຂົ້າຈີ່ປາ​ເຕ້, ພັນຊີ້ນດາດ, ຫຼືຊິກັບເຝີກໍ່ໄດ້ ຕາມໃຈ.​ ມັກຂູດເປັນເສັ້ນ,​ຊອຍມົນ,​ບາງແບບໃດຕາມໃຈໂລດເດີ. ພິເສດ: ໃຜມັກໃສ່ໝາກເຜັດກໍ່ຊອຍເຜັດດິບໃສ່ນຳໜ້ອຍໜຶ່ງເດີ​

ເຄື່ອງປຸງ

ວິທີເຮັດ

1 .ຊອຍທຸກຢ່າງ ເປັນຕ່ອນນ້ອຍຕາມໃຈມັກ. ໃສ່ຖ້ວຍແລ້ວເຕັງນ້ຳກ້ອນ ຫຼືເຂົ້າຕູ້ເຢັນໄວ້.

2. ຕົ້ມນ້ຳ ໃສ່ກັບນ້ຳຕານໃຫ້ເປື່ອຍ, ໃສ່ເກືອ, ໃສ່ນ້ຳສົ້ມສາຍຊູຂາວ,​ ຄົນໃຫ້ເຂົ້າກັນດີ. ປະໄວ້ໃຫ້ເຢັນ.

3. ຖອກລົງ ໃສ່ຖ້ວຍຜັກ, ຄົນໆ ໃຫ້ເຂົ້າກັນ.​ ຖືວ່າກິນໄດ້ເລີຍ, ຖ້າຍັງບໍ່ກິນຕອນນັ້ນໃຫ້ຮ່າຍ ໃສ່ກັບອັດຝາໄວ້, ແລ້ວເຂົ້າຕູ້ເຢັນໄວ້ ເພາະຄວາມເຢັນເຮັດໃຫ້ຜັກສົດແລະກອບຕະຫຼອດເວລາ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

that is good
ເປັນຕາແຊບ ໃຫ້ 5 ດາວໄປກ່ອນ ຊິລອງເຮັດຕາມ ແລ້ວຈະມາຣີວິວໃຫມ່ 😆

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ