ໜ້າຫຼັກສູດອາຫານລາວປະເພດ ອົບ/ເອາະ/ຕຸ໋ນ

ລາກູ້

(2 ໂຫວດ) • ໂດຍ ທີມແຊບ yoosai.la

2 ຄົນ · ປານກາງ · 60 ນາທີ · ປານກາງ

ລ້າກູ້ແມ່ນອາຫານທີ່ນິຍົມໃນລາວ ໂດຍສະເພາະງານດອງ ແລະ ງານລ້ຽງຕ່າງໆ. ຄິດວ່າອາຫານເມນູນີ້ແມ່ນໄດ້ຮັບອິດທິພົນມາຈາກ ຣາກູ້ ປະເທດຝລັ່ງ. ແລະຈາກນັ້ນໄດ້ປັບປ່ຽນວັດຖຸດິບ ແລະ ເຄື່ອງປຸງ ບາງອັນ ໃຫ້ ເປັນລົດຊາດທີ່ຄົນລາວມັກ. ວິທີເຮັດແບບງ່າຍໆຢູ່ບ້ານກະຕາມນີ້ລະເນາະ ແຊບໄດ້ຄືກັນ :)

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ເອືອບຊີ້ນ ໃສ່ກັບ ເກືອ, ຄະນໍ, ນ້ຳຕານຊາຍແດງ. ໝັກໄວ້ 30 ນາທີ.

2. ຄ້າງໝໍ້ ໃສ່ນ້ຳມັນເບີ ໃຫ້ມັນເປື່ອຍ ແລ້ວເອົາກະທຽມລົງຈຽວໃຫ້ເຫລືອງຫອມ (ໝັ່ນຄົນ ຢ່າໃຫ້ໄຫມ້)

3. ໃສ່ຊີ້ນລົງໄປ ແລະ ຕາມດ້ວຍຊ໊ອດໝາກເລັ່ນກະປ໋ອງ. ຄົນໃຫ້ເຂົ້າກັນ ແລ້ວ ຕື່ມນ້ຳໃຫ້ຖ້ວມຊີ້ນ. ປິດຝາໝໍ້ ຕົ້ມໄຟກາງໆ ປະມານ 30ນາທີ.

4. ຈາກນັ້ນເອົາກາລົດ,ມັນຝລັ່ງ, ແລະ ຫົວບົ່ວໃຫຍ່ ລົງໄປຕົ້ມລວມກັນຕໍ່ ອີກ ປະມານ 20 ນາທີ.

5. ຊີມລົດຊາດ ໃຫ້ພໍດີ, ຕັກໃສ່ຖ້ວຍ ໂຮຍພິກໄທ ແລ້ວ ເອົາເຂົ້າຈີ່ຄຸ້ຍ! ແຊບບບ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ