ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ເຂົ້າຜັດຫມູ

(1 ໂຫວດ) • ໂດຍ Kimmi Kim

4 ຄົນ · ງ່າຍ · 30 ນາທີ · ປານກາງ

'ເຂົ້າຜັດຫມູ' ຄືເມນູ ແກ້ຂັດ ຂອງເຮືອນຂ້ອຍ. ມື້ໃດຄິດຫຍັງບໍ່ອອກ ກະເຂົ້າຜັດ. ເດັກນ້ອຍກິນໄດ້ ຜູ້ໃຫຍ່ ກະກິນດີໆ. ໃຜຫວ່າງໆ ກະລອງເຮັດກິນເບິ່ງເດີ ຂົ້ວເອງ, ຜັດເອງ, ແຊບເອງ ຊັ້ນນາ. ສູດຢູ່ທາງລຸ່ມ:

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1: ຂົ້ວກະທຽມແລະຫົວບົ່ວໃຫ້ເຫລືອງຫອມ

ຂັ້ນຕອນ 2: ເອົາຊີ້ນໝູລົງ ຕາມດ້ວຍ ນ້ຳມັນຫອຍ, ສະອິ້ວຂາວ, ນ້ຳຕານ ແລະກາລົດຊອຍ. ຂົ້ວເຂົ້າກັນຈົນຊີ້ນສຸກ

ຂັ້ນຕອນ 3: ຕອກໄຂ່ລົງ ແລ້ວຄົນໃຫ້ທົ່ວໄວໆ ສັງເກດເຫັນໄຂ່ຊິແຫ້ງ, ໃຫ້ເອົາເຂົ້າຈ້າວລົງ ແລ້ວ ຄົນໃຫ້ເຂົ້າກັນ. ຂົ້ວຕໍ່ໄປ ຈົນເຂົ້າ ປະສົມກັບຊ໊ອດດີແລ້ວ ມັນຈະ ອອກສີນ້ຳຕານອ່ອນ.

ຂັ້ນຕອນ 4: ຊີມລົດຊາດໃຫ້ພໍດີ, ໂຮຍຫອມບົ່ວຊອຍລົງໄປ ຄົນ ບາດຫນຶ່ງ ແລ້ວປິດໄຟ. ຕັກໃສ່ຈານເສີບ ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ