ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດເສັ້ນ

ໝີ່ກວ່າງ-Mi quang

(1 ໂຫວດ) • ໂດຍ ທີມແຊບ yoosai.la

2 ຄົນ · ງ່າຍ · 60 ນາທີ · ປານກາງ

ທີມງານແຊບມັກອາຫານຫວຽດ. ບໍ່ລໍຊ້າ! ມື້ນີ້ພວກເຮົາຈັດ ວິທີການເຮັດໝີ່ກວ່າງ ແບບຫວຽດນາມ. ເຮັດແບບງ່າຍໆ ສະບາຍສະບາຍ. ມາລອງກັນເລີຍ. ສຳລັບຄວາມເປັນມາຂອງອາຫານຈານນີ້ ແມ່ນເພິ່ນວ່າມັນມີຕົ້ນກຳເນີດມາຈາກ ແຂວງ ກວ່າງນາມ (Quảng Nam) ທາງພາກກາງຂອງຫວຽດນາມ. ເມນູນີ້ຖືວ່າເປັນ ເມນູໜຶ່ງທີ່ຂຶ້ນຊື່ຂອງຫວຽດນາມ ແລະ ເປັນທີ່ນິຍົມເຮັດກິນຕອນ ເທດສະການສຳຄັນຕ່າງໆ ນຳອີກ.

ວິດິໂອ

ເຄື່ອງປຸງ

ເຄື່ອງເຮັດນ້ຳຊຸບ

ເຄື່ອງປະກອບອື່ນໆ

ວິທີເຮັດ

1. ນຳຕ່ອນໄກ່ ມາເອືອບໃສ່ ເກືອ, ກະທຽມ, ພິກໄທ, ນ້ຳມັນຫອຍ, ແລະ ຂີ້ໝິ້ນ. ຄົນໃຫ້ເຂົ້າກັນ ເອືອບໄວ້ 20 ນາທີ.

2. ຫຼັງຈາກ ເອືອບໄກ່ໄດ້ທີ່ແລ້ວ, ມາຈຽວກະທຽມໃສ່ນ້ຳມັນໃຫ້ເຫລືອງຫອມ,ເອົາໄກ່ລົງຂົ້ວ ໃຫ້ພໍແຫ້ງ ແລ້ວໃສ່ ນ້ຳມັນໝາກເຜັດລົງໄປ ຂົ້ວເຂົ້າກັນຕໍ່ໜ້ອຍໜຶ່ງ, ຈິ່ງໃສ່ນ້ຳ ໃຫ້ຖ້ວມຕ່ອນໄກ່. ປິດຝາໝໍ້ຕົ້ມໄວ້ ປະມານ 20 ນາທີ ຫຼືຈົນໄກ່ສຸກ.

3. ໃສ່ໄຂ່ຕົ້ມປອກເປືອກແລ້ວລົງໄປ ຕົ້ມຕໍ່ ອີກ 10 ນາທີ.

4. ຊີມລົດຊາດ ແລະ ປຸງຕື່ມຕາມໃຈມັກ. ໃຜມັກແປ້ງນົວກໍ່ໃສ່ຕາມໃຈ. ປົງໄດ້.

5. ຈັດຜັກສະຫລັດ ແລະ ຫອມຕ່າງໆ ໃສ່ຖ້ວຍ, ໃສ່ເສັ້ນເຂົ້າຊອຍ ຫຼືເສັ້ນເຝີລວກ.ຕັກນ້ຳຊຸບ ພ້ອມຕ່ອນໄກ່ໃສ່, ໂຮຍດ້ວຍ ຖົ່ວດິນ, ຫອມບົ່ວຈຽວ, ຫອມບົ່ວໃບຊອຍ ແລະ ໄຂ່ຕົ້ມ. ແຊບໄດ້!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ