ໜ້າຫຼັກສູດອາຫານລາວປະເພດ ອົບ/ເອາະ/ຕຸ໋ນ

ແກງໜໍ່ໄມ້ສົ້ມ (ຈາກກາຕູນຣາຢາ)

(1 ໂຫວດ) • ໂດຍ Saeng Douangdara

4 ຄົນ · ປານກາງ · 30 ນາທີ · ປານກາງ

ຫລັງຈາກໜັງກາຕູນ ດິສນີ ຟອມຍັກ ເລື່ອງ ຣາຢາ ໄດ້ອອກສາຍ. ເຊິ່ງໃນເນື້ອເລື່ອງແມ່ນກ່ຽວກັບ ອາຊີຕາເວັນອອກສ່ຽງໃຕ້ ແລະມີເລື່ອງກ່ຽວກັບອາຫານການກິນແບບບ້ານເຮົາລວມຢູ່ໃນນັ້ນນຳ.ຫຼັງຈາກເບິ່ງໜັງນີ້ແລ້ວ ເຮັດໃຫ້ຂ້ອຍ ຄິດຮອດອາຫານເອກະລັກຂອງລາວນັ້ນຄືແກງໜໍ່ໄມ້ສົ້ມ ແລະ ໄດ້ຮັບແຮງບັນດານໃຈມາເຮັດແກງໜໍ່ໄມ້ສົ້ມຖ້ວຍນີ້.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

Stew

Curry paste

ວິທີເຮັດ

1. ຕຳໝາກເຜັດ, ກະທຽມ, ຫອມບົ່ວແດງ, ແລະ ຫົວສີໄຄໃຫ້ມຸ່ນດີ.

2. ໃສ່ນ້ຳມັນ ລົງໝໍ້, ຖອກເຄື່ອງຕຳລົງໃສ່ ຂົ້ວຈົນຫອມ.

3. ຈາກນັ້ນ ໃສ່ ໃບຂີ້ຫູດ ແລະ ຫົວສີໄຄທຸບ 1 ຫົວ.

4. ໃສ່ປາດຸກລົງໄປ ຂົ້ວເຂົ້າກັນໃຫ້ຫອມ, ແລ້ວໃສ່ນ້ຳລົງໄປໃຫ້ຖ້ວມປາ. ແລ້ວຕົ້ມໃຫ້ຟົດ.

5. ໃສ່ເກືອ ແລະ ແປ້ງນົວ.

6. ເອົາໜໍ່ສົ້ມ ໄປລ້າງນ້ຳອຸ່ນ ແລ້ວ ປັ້ນນ້ຳອອກ ຈຶ່ງໃສ່ໝໍ້ແກງ.

7. ໝາຍເຫດ: ຖ້າເປັນແກງປາ, ຫ້າມຄົນຫລາຍ.

8. ຕົ້ມໃຊ້ໄຟກາງ ປິດຝາໝໍ້ ປະມານ 15ນາທີ ຖືວ່າໃຊ້ໄດ້ແລ້ວ.

9. ຈາກນັ້ນໃສ່ໝາກເລັ່ນ ແລະ ຫົວບົ່ວໃບຊອຍ. ຕົ້ມຕໍ່ອີກ ປະມານ 5ນາທີ.

10. ແລ້ວຈິ່ງໃສ່ນ້ຳປາ.

11. ໃສ່ຜັກອີຕູ່ລົງໄປ, ຊີມໃຫ້ພໍດີ ແລ້ວ ປົງ ແລະ ຕັກເສີບ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ