ໜ້າຫຼັກສູດອາຫານລາວປະເພດຫນື້ງ

ໝົກໄກ່

(1 ໂຫວດ) • ໂດຍ ທີມແຊບ yoosai.la

4 ຫໍ່ · ປານກາງ · 50 ນາທີ · ປານກາງ

ມາເດີເຮັດອາຫານລາວກິນ, ໝົກໄກ່ແຊບໆ. ຂັ້ນຕອນບໍ່ໄດ້ຫຍຸ້ງຍາກເລີຍ, ໝົກຮ້ອນໆ ກິນກັບເຂົ້າໜຽວແຊບແຮງ!

ເຄື່ອງປຸງ

ວິທີເຮັດ

1.ຕຳຫົວສີໄຄ, ຫອມບົ່ວ​ແດງ,​ຫມາກເຜັດ,​ເກືອ, ແປ້ງນົວໃຫ້ມຸ່ນ ແລ້ວ ໄປຄົນໃສ່ຕ່ອນໄກ່ໃນຊາມ.

2. ໃສ່ເຂົ້າເບືອ. ທັບໄຂ່ໃສ່, ໃສ່​ຫອມບົ່ວໃບຊອຍ,​ແລະຜັກຊີຊອຍ.

3. ປຸງລົດດ້ວຍ​ປາແດກ. ຄົນໃຫ້ເຂົ້າກັນ ( ເທື່ອນີ້ມີເວລາເລີຍເອືອບປະໄວ້ຕູ້ເຢັນ 1 ຊົ່ວໂມງ ເຫັນວ່າມັນເຂົ້າເຄື່ອງດີກ່ອນ, ແຕ່ບໍ່ເອືອບກະໄດ້)

4. ນຳໄປຫໍ່ໃສ່ໃບຕອງ ມັດ​ແຕ່ລະຫໍ່ໃຫ້ດີບໍ່ໃຫ້ນ້ຳມັນຮົ່ວ.​ ແລ້ວໄປຫນຶ້ງໃສ່ຫມໍ້ຊຶງ ໃຫ້ສຸກປະມານ​30-40ນາທີ.

5. ເອົາອອກມາແກະ ໃສ່ຈານ ແລ້ວເສີບ.​ກິນກັບເຂົ້າຫນຽວຮ້ອນໆແຊບແຮງ.​

ປລ. ມີໝາກເຜັດໃຫຍ່ເຫລືອໃນຕູ້ເຢັນ ເລີຍແອບໃສ່ລົງໄປໃນຫໍ່ຫມົກນຳ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

ເປັນຕາແຊບ

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ