ໜ້າຫຼັກສູດອາຫານລາວປະເພດແຈ່ວ

ຕຳແຈ່ວກຸ້ງ

(1 ໂຫວດ) • ໂດຍ Kimmi Kim

1 ຈານ · ງ່າຍ · 20 ນາທີ · ປານກາງ

ເຫັນກຸ້ງໃນຕູ້ເຢັນ ບໍ່ຮູ້ຊິເຮັດຫຍັງກິນດີ ເລີຍຈັບມາຕຳແຈ່ວເລີຍຊະ, ຜົນອອກມາແຊບເຫຼືອເຊື່ອ :)

ເຄື່ອງປຸງ

ວິທີເຮັດ

1. ຕັ້ງຫມໍ້ ໃສ່ນໍ້າປາແດກ ປະມານ 4 ບ່ວງແກງ ຕື່ມນໍ້າລົງໄປ ປະມານ 6 ບ່ວງແກງ ຖ້າຫມໍ້ຟົດແລ້ວເອົາກຸ້ງລົງຕົ້ມປະມານ 5 ນາທີ ແລ້ວຕັກກຸ້ງອອກໃສ່ຈານ.

2. ເອົາຫມາກເຜັດ, ກະທຽມ, ຫອມບົ່ວແດງ ໄປຫມົກ ສຸກແລ້ວ ນໍາກຸ້ງມາຕໍາລວມກັນ. ຕາມດ້ວຍເຄື່ອງປຸງ ນໍ້າປາ ປາແດກ ແປ້ງນົວ ຫມາກນາວ. ມັກມີນ້ໍາຈໍ້າ ເອາະເຈາະ ຕື່ມນໍ້າຕົ້ມກຸ້ງລົງໄປ. ມັກແບບແຫ້ງໆ ກາບໍ່ໃສ່. ສາມາດໃສ່ເຄື່ອງປຸງ ຕື່ມເພີ່ມຕາມລົດຊາດທີ່ໂຕເອງມັກ.

3. ສຸດທ້າຍຊອຍຜັກບົ່ວ ຫອມປ້ອມ ແລ້ວໆ ກິນໄດ້ ກັບຜັກອັນເດີ ເກີ້ແຊບບບບບບ 😋

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ