ໜ້າຫຼັກສູດອາຫານລາວປະເພດແຈ່ວ

ແຈ່ວໝາກເຂືອຍາວ

(0 ໂຫວດ) • ໂດຍ ທີມແຊບ yoosai.la

1 ຈານ · ງ່າຍ · 40 ນາທີ · ຖືກ

ອາກາດເຢັນໆແບບນີ້ຊ່ວງເດືອນ 12 ກັບຊີວິດຢູ່ໄຮ່ຢູ່ສວນແບບບ້ານໆ. ມື້ນີ້ເຮົາມາໝົກໝາກເຂືອຍາວຕຳແຈ່ວບ່າຍເຂົ້າຮ້ອນໆກັນເນາະ. ມາໆເຂົ້າມາ ເບິ່ງວິທີເຮັດແບບງ່າຍໆ ກັນເລີຍ.

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຈີ່ໝາກເຂືອໃສ່ຖ່ານໃຫ້ສຸກ (ສັງເກດເວລາສຸກມັນຈະອ່ອນເລະໆ). ແລ້ວ ປອກເອົາເປືອກບາງໆອອກ

2. ຈີ່ໝາກເຜັດໃຫ້ສຸກ

3. ເອົາຄົກມາຕຳ ໝາກເຜັດ, ກະທຽມ, ເກືອ, ແປ້ງນົວ ໃຫ້ແຫລກ. ແລ້ວເອົາໝາກເຂືອທີ່ກຽມໄວ້ລົງ. ຕຳໃຫ້ແຫລກ ແລ້ວຊີມໃຫ້ພໍດີ, ຊອຍຫອມໃສ່, ຄົນໆ ແລ້ວຕັກໃສ່ຈານ. ກິນກັບເຂົ້າໜຽວຮ້ອນໆ ແຊບທີ່ສຸດເລີຍ.


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ