ໜ້າຫຼັກສູດອາຫານລາວສະຫຼັດ

ສະຫລັດໃຕໄກ່

(0 ໂຫວດ) • ໂດຍ Chris

2 ຄົນ · ງ່າຍ · 20 ນາທີ · ຖືກ

ເທື່ອນີ້ ເອົາໃຕໄກ່ ມາເຮັດ ສະລັດ ອອກແນວຝລັ່ງ, ນ້ຳສະຫລັດທີ່ ເຮັດຈາກວາຍແດງ ປະສົມ ປະສານກັບ ນ້ຳມັນ ແລະ ມາສຕາດ ຈັ່ງແມ່ນມັນເຂົ້າ ກັນດີ ກັບໃຕໄກ່ ທີ່ຂົ້ວຫອມໆນັ້ນ. ຈານນີ້ ເປັນ ອາປີໄຕເຊີ ຊັ້້ນຍອດເລີຍ :)

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ຂົ້້ວກະທຽມໃສ່ນ້ຳມັນ ໃຫ້ຫອມແລ້ວເອົາ ໃຕໄກ່ລົງຂົ້້ວຈົນສຸກ ໃສ່ເກືອ ແລະ ພິກໄທ. ພັກໄວ້ໃຫ້ເຢັນ.

ຂັ້ນຕອນ 2. ກຽມນ້ຳສະຫລັດໃສ່ຊາມ: ໃສ່ ນ້ຳສົ້ມ ເກືອ ພິກໄທ ແລະ ມັສຕາດ ຕີໃຫ້ເຂົ້າກັນດີ ກ່ອນ ຕື່ມນ້ຳມັນພືດລົງ ຕີໃຫ້ເຂົ້າກັນອີກ.

ຂັ້ນຕອນ 3. ເອົາສະຫລັດ, ຫມາກເລັ່ນ, ສາລີ, ແລະ ໃຕໄກ່ລົງ ແລ້ວຄົນເບົາໃຫ້ເຂົ້າກັນ, ພ້ອມເສີບ. ແຊບ :)

ເຄັດລັບ: ຫ້າມຄົນສະຫລັດເວລາ ໄຕໄກ່ຍັງຮ້ອນຢູ່ ເພາະຈະເຮັດໃຫ້ ຜັກມາດ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ