ໜ້າຫຼັກສູດອາຫານອາຫານຝລັ່ງອົບ

ອົບມັນຝລັ່ງບົດຍັດໄສ້

(1 ໂຫວດ) • ໂດຍ Chris

4 ຄົນ · ປານກາງ · 90 ນາທີ · ປານກາງ

'ອົບມັນຝລັ່ງບົດຍັດໄສ້' ເປັນອາຫານຝລັ່ງແນ່ນອນ. ແຕ່ລາວ ກະກິນໄດ້ກິນດີ ໂດຍສະເພາະເດັກນ້ອຍ ມັກແຮງ ກັບເມນູນີ້. ລອງໄປເຮັດສູ່ ລູກສູ່ ຜົວ ສູ່ເມຍ ກິນເດີ. ຮັບຮອງບໍ່ຜິດຫວັງ

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1: ປອກມັນຝລັ່ງ ແລ້ວ ເອົາໄປຕົ້ມໃສ່ເກືອ ຫນ້ອຍຫນຶ່ງ ໃຫ້ສຸກ ແລ້ວ ຖອກນ້ຳອອກ.

ຂັ້ນຕອນ 2: ເອົາຈອງ ຫລື ໄມ້ ທຸບແລະນວດ ມັນຕົ້ມໃຫ້ມຸ່ນລະອຽດ.

ຂັ້ນຕອນ 3: ນຳໄປຄ້າງໃສ່ໄຟ ແລ້ວ ເອົາເນີຍ ແລະນົມລົງ ເຮັດໄຟອ່ອນ ຄົນໄປເລື້ອຍໆ ຈົນມັນແຂ້ນດີໃຫ້ປົງ.

ຂັ້ນຕອນ 4: ຄົນ ຊີ້້ນໃຫ້ເຂົ້າກັບ ພາສລີ່ ປຸງລົດດ້ວຍ ເກືອ ແລະ ພິກໄທໃຫ້ພໍດີ .

ຂັ້ນຕອນ 5: ກຽມຖາດແກ້ວທີ່ຈະເອົາເຂົ້າເຕົາອົບໄດ້, ທຳອິດ ເອົາມັນບົດລົງໄປກ່ອນ, ຕາມດ້ວຍຊີ້ນ, ແລະ ມັນບົດ. ເຮັດເປັນຊັ້ນຫນາປະມານ ຂໍ້ມືຫນຶ່ງ. ສະຫລັບກັນ ຈົນກວ່າມັນ ແລະຊີ້ນຫມົດ. ຊັ້ນສຸດທ້າຍໃຫ້ເປັນມັນປົກຫນ້າ. ໂຮຍເກັດເຂົ້້າຈີ່ປົກຫນ້າໃຫ້ທົ່ວ ແລະ ຕາມດ້ວຍນ້ຳມັນພືດໃຫ້ທົ່ວ.

ຂັ້ນຕອນ 6: ເອົາເຂົ້າເຕົາອົບ ໄຟ 180 ອົງສາ ປະມານ 40 ນາທີ ຫລື ຈົນກວ່າ ທາງຫນ້າມັນອອກສີນ້ຳຕານເຂັ້ມ. ຍົກເສີບໄດ້, ແຊບ !! ເມນູນີ້ ເດັກນ້ອຍມັກ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ