ໜ້າຫຼັກສູດອາຫານອາຫານຝລັ່ງປະເພດປີ້ງ/ດາດ

ປີ້ງກຸ້ງລ໊ອບສເຕີ້

(1 ໂຫວດ) • ໂດຍ Chris

3 ຄົນ · ງ່າຍ · 30 ນາທີ · ແພງ

ດົນໆ ຈຶ່ງໄດ້ກິນເທື່ອໜຶ່ງ ສຳລັບ 'ປີ້ງກຸ້ງລ໊ອບສເຕີ້'. ຖ້າໄດ້ ລ໊ອບສເຕີ້ສົດໆ ມາລະ ຄິດຢາກປີ້ງ ຂໍແນະນຳ ໃຫ້ເຮັດຕາມສູດ ນີ້ເລີຍເດີ ຮັບຮອງບໍ່ຜິດຫວັງ. ເນື້ອກຸ້ງ ມັນຊຸ່ມສ່ຳ ພ້ອມທັງ ຫອມນ້ຳມັນເບີ ແລະ ພາສລີທີ່ໃສ່ລົງໄປ. ໂຄດຟິນ :)

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1: ເອົານ້ຳມັນ ເບີ ໃສ່ຖ້ວຍ ໄປລະລາຍໃນເຕົາໄມໂຄຣເວັບ ຫລື ຕົ້ມລົງຫມໍ້

ຂັ້ນຕອນ 2: ປະໄວ້ໃຫ້ອຸ່ນ ແລ້ວ ໃສ່ ເກືອ ຫມາກນາວ ແລະ ພາສລີ. ຄົນໃຫ້ເຂົ້າກັນປະໄວ້

ຂັ້ນຕອນ 3: ຕັ້ງເຕົາປີ້ງ ລ໊ອບສະເຕີ້ ໂດຍຫງາຍທາງຊີ້ນຂຶ້້ນ, ໂຮຍນ້ຳເບີທີ່ເຮັດນັ້ນ ໃສ່ທົ່ວຊີ້ນກຸ້ງ ໄປເລື້ອຍຈົນກຸ້ງສຸກ , ແລ້ວປີ້ງໄປຈົນສຸກ( ຫ້າມພິກເດັດຂາດ), ໃຫ້ເອົາຝາຫມໍ້ປົກໄວ້ກະພໍ. ສັງເກດຊີ້ນກຸ້ງສຸກຈະເປັນສີຂາວຂຸ້ນ ແລະ ຍັງມີນ້ຳຢູ່. ສະແດງວ່າ ພ້ອມເສີບ ກິນກັບເຂົ້າຈ້າວ ລາດກັບນ້ຳເບີ້ ທີເຫລືອ, ແຊບ !

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ