ໜ້າຫຼັກສູດອາຫານລາວປະເພດແຈ່ວ

ແຈ່ວປູທະເລ

(0 ໂຫວດ) • ໂດຍ Kimmi Kim

6 ຄົນ · ປານກາງ · 30 ນາທີ · ແພງ

ມື້ນີ້ໄດ້ ປູສົດໆ ເປັນໆ ດີ້ນກະແດ່ວ ກະແດ່ວ ມາແຕ່ຕະຫລາດ ເລີຍຈັບມາໜຶ້ງ, ໄຈ້ເອົາແຕ່ຊີ້ນ, ແລ້ວ ຕຳແຈ່ວຊະເລີຍ. ຊອກເຂົ້້າໜຽວ ມາຄຸ້ຍ...ບາດນີ້. ແຊບເກີນ!!

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ນໍາປູໄປຫນື້ງໃຫ້ສຸກປະມານ20 ນາທີ ແລ້ວແກະເອົາແຕ່ເນື້ອປູ

ຂັ້ນຕອນ 2. ນໍາຫມາກເຜັດ ,ຫົວບົ່ວແດງ ແລະກະທຽມ ໄປປີ້ງສຸກແລ້ວນໍາທຸກຍ່າງລົງໄປຕໍາລວມກັນໃນຄົກ

ຂັ້ນຕອນ 3. ພ້ອມດ້ວຍເຄື່ອງປຸງທີ່ກຽມໄວ້ ລົງໄປ ຕໍາໃຫ້ເຂົ້າກັນ ຫລັງຈາກນັ້ນ ຊອຍຜັກບົ່ວຫອມປ້ອມໃສ່ ພ້ອມເສີບ ກັບຜັກສົດ ແລະ ເຂົ້າຫນຽວຮ້ອນໆ. ແຊບ !

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ