ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ແກງປາໃສ່ສົ້ມ

(1 ໂຫວດ) • ໂດຍ ສາວວອນ ແກ້ງກອກ

2 ຄົນ · ປານກາງ · 30 ນາທີ · ປານກາງ

ສວາຍໆ ແບບນີ້ ໄດ້ປາມາສົດໆ ເອົາມາແກງເນາະ. ມື້ນີ້ ເຮັດ ແກງປາໃສ່ສົ້ມ ໝາກຂາມ ແລະ ໝາກເລັ່ນ. ຊົດຮ້ອນໆນີ້ຄັກສຸດ. ມາເບິ່ງ ສູດ ແລະ ຂັ້ນຕອນ ການເຮັດນຳກັນເລີຍ.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1:ຄ້າງຫມໍ້ໃສ່ນ້ຳ ພ້ອມເກືອ, ຕາມດ້ວຍ ຂ່າ, ຫົວສີໄຄທຸບ, ໃບຂີ້ຫູດ, ແລະ ຫມາກຂາມ ຕົ້ມຈົນຟົດ

ຂັ້ນຕອນ2: ລ້າງປາໃຫ້ສະອາດ. ຜ່າຫມາກເລັ່ນເຄິ່ງ ແລະ ຊອຍຫອມແຍກ ປະໄວ້

ຂັ້ນຕອນ3: ໃສ່ຄະນໍກ້ອນ, ຫມາກເຜັດ ຕັດເຄິ່ງ, ແລະ ຕາມດ້ວຍ ປາ. ຕົ້້ມປະມານ 10 ນາທີ ຫລືຈົນປາສຸກ

ຂັ້ນຕອນ4: ຕື່ມນ້ຳປາ ແລະ ຊີມລົດຕາມໃຈ ຈາກນັ້ນ ໃສ່ຫມາກເລັ່ນແລະ ຜັກຫອມທັງຫມົດລົງ ແລະປິດໄຟ. ພ້ອມເສີບກັບເຂົ້້າຫນຽວ ແລະ ແຈ່ວຫມາກເຜັດດິບ.

ເຄັດລັບ: ກ່ອນໃສ່ປາລົງນ້ຳຕ້ອງຟົດ. ຈາກນັ້ນເວລາໃສ່ປາ ຫ້າມຄົນແຮງ ເພາປາຈະມຸ່ນເຮັດໃຫ້ເສຍລົດຊາດ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ