ໜ້າຫຼັກສູດອາຫານອາຫານໄທປະເພດແຈ່ວ

ແຈ່ວຂຽບຫມູ

(3 ໂຫວດ) • ໂດຍ Tou Inthilath

2 ຄົນ · ປານກາງ · 30 ນາທີ · ຖືກ

ໃຜກຳລັງ ລົດນຳ້ໜັກຢູ່ ໃຫ້ກົດຂ້າມໄປເລີຍເດີ. ເພາະມື້ນີ້ຂໍ ແນະນຳເມນູແຊບ 'ແຈ່ວຂຽບຫມູ' ສະຫວັນຂອງຄົນມັກ ມັນໆ ກ໊ອບກອບ ແລະ ແຊບໆ. ໄປເບິ່ງສູດ ແລະວິທີ ແຕ່ງກັນເລີຍ :

ເຄື່ອງປຸງ

ວິທີເຮັດ

ວິທີເຮັດ:

1. ເອົາມັນຫມູໄປຕັດເປັນຕ່ອນນ້ອຍ ຫລັງຈາກນັ້ນເອົາໃສຫມໍ້ແລະຕື່ມນ້ໍາພໍຖ້ວມຫມູແລ້ວຂ້ຽວຈົນຫມູເຫລືອງເປັນແບບສະຕາຍຂຽບຫມູ

2. ເອົາຫມາກເຜັດໄປຂົ້ວໃຫ້ຫອມແລ້ວເອົາໄປບົດຫລືຕໍາໃຫ້ລະອຽດ

3. ເອົາຜັກບົ່ວຜັກທຽມໄປຈີ່ໄຟຫລືດາດຫມໍ້ໃຫ້ສຸກ

4. ເອົາຫມາກເຜັດທີ່ບົດຫລືຕໍາແລ້ວໃສ່ໃນຄົກແລະເອົາຜັກບົ່ວຜັກທຽມໃສ່ລົງໄປຕໍາປົນກັນໃຫ້ແຫລກ, ຫລັງຈາກນັ້ນໃສ່ກະປິລົງໄປຕໍາໃຫ້ເຂົ້າກັນ

5. ຄ້າງຫມໍ້ໃສ່ນ້ໍາມັນທີໄຟຮ້ອນປານກາງແລ້ວໃສ່ເຄື່ອງທີ່ຕໍາລົງໄປຂົ້ວໃຫ້ຫອມຫລັງຈາກນ້ໍາປຸງເຄື່ອງໃສ່ນ້ໍາປາ, ນ້ໍາຕານປີດ, ນ້ໍາຫມາກຂາມປຽກ ຊິມລົດຕາມມັກ, ຫລັງຈາກແຊບຖືກໃຈແລ້ວກໍ່ໃສ່ກາກຫມູລົງໄປຂົ້ວຄົນພໍແຕ່ໃຫ້ເຂົ້າກັນ ທໍ່ນີ້ເປັນອັນລຽບລ້ອຍ

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ