ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຕຳເຂົ້າປຸ້ນໃສ່ຫມາກແຕງ

(0 ໂຫວດ) • ໂດຍ ສາວນ້ອຍ

3 ຄົນ · ງ່າຍ · 20 ນາທີ · ຖືກ

ມື້ນີ້ ຊຸມ 'ຕຳເຂົ້າປຸ້ນໃສ່ຫມາກແຕງ' ກັບ ເອື້ອຍນ້ອງ ຢູ່ຫ້ອງການ. ຍາມພັກທ່ຽງໃຜ ພັກໃດ ຄິດຫຍັງບໍ່ອອກ ກະລອງເຮັດກິນເບິ່ງເນີ :)

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ນຳເອົາຫມາກເຜັດ+ກະທຽມແຫ້ງ+ກະປິ+ແປ້ງນົວ+ນ້ຳຕານ ໃສ່ຄົກແລ້ວຕຳໃຫ້ລະອຽດ

ຂັ້ນຕອນ 2. ຈາກນັ້ນໃສ່ນ້ຳຫມາກນາວ+ປາແດກ+ຫມາກເລັ່ນ+ຫມາກແຕງ+ກາລົດ+ໃບຜັກທຽມສົດ, ຕຳໃຫ້ເຂົ້າກັນ

ຂັ້ນຕອນ 3. ສຸດທ້າຍນຳເອົາເສັ້ນເຂົ້າປຸ້ນລົງ ຕຳພໍປະມານ ແລ້ວຊິມ ສາມາດປຸງເພິ້ມໄດ້ຕາມໃຈຫມັກ ຕັກໃສ່ຈານ, ຖົ່ວດິນໂຮຍ. ກິນກັບຜັກຕ່າງໆໄດ້. ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ