ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ເລືອດແປງເປັດ

(3 ໂຫວດ) • ໂດຍ ສາວນ້ອຍ

4 ຄົນ · ປານກາງ · 50 ນາທີ · ປານກາງ

ເລືອດແປງເປັດ ເປັນເມນູ ພິດສະດານ, ຄົນມັກກະວ່າແຊບ, ໃຜຍັງບໍ່ເຄີຍລອງເຮັດເອງ ລອງເບິ່ງເດີ. ເບິ່ງສູດລຸ່ມນີ້:

ເຄື່ອງປຸງ

  • ເລືອດເປັດສຳລັບແປງ 1 ຖົງນ້ອຍ, ມີຂາຍຢູ່ຕະຫລາດ, ຫລື ຖ້າຂ້າເອງ ແມ່ນເຮັດແບບນີ້:ຖ້າເປັດປະມານ 2-3ໂລ ແມ່ນ ນ້ຳປາ 3ບ່ວງແກງ ປົນນ້ຳ5ບ່ວງແກງ ຫລັງຈາກນັ້ນຄົນເລຶອດ ກັບນ້ຳປາ ກັບນ້ຳໃຫ້ເຂົ້າກັນ.
  • ເຄື່ອງໃນ+ຫນັງ+ຊີ້ນ 1 ຖ້ວຍນ້ອຍ, ຊອຍເປັນຕອນນ້ອຍ
  • ແປ້ງນົວ 1 ບ່ວງແກງ
  • ຈຽວຜັກບົ່ວ 3 ບ່ວງແກງ, ໄວ້ໂຮຍໜ້າ
  • ຫົວສີໄຄ 3 ກ້ານ, ຊອຍບາງນ້ອຍໆ
  • ເຜັດດິບ 20 ໜ່ວຍ, ຊອຍ ແລະ ຈົງໄວ້ກິນກັບ
  • ຖົ່ວດິນຂົ້ວ 4 ບ່ວງແກງ, ໄວ້ໂຮຍໜ້າ
  • ເຂົ້າຂົ້ວ 4 ບ່ວງແກງ, ໄວ້ໂຮຍໜ້າ ຫລືບໍ່ໃສ່ກະໄດ້
  • ຫອມບົ່ວໃບ 3 ກ້ານ, ໄວ້ໂຮຍໜ້າ
  • ຫອມປ້ອມ 3 ກ້ານ, ໄວ້ໂຮຍໜ້າ
  • ຫອມລາບ 3 ບ່ວງແກງ, ໄວ້ໂຮຍໜ້າ
  • ຜັກບົວລະພາ 3 ບ່ວງແກງ, ໄວ້ໂຮຍໜ້າ ຫລືບໍ່ໃສ່ກະໄດ້
  • ນ້ຳ 1 ລິດ
  • ຖົ່ວຍາວ 3 ໜ່ວຍ, ລ້າງແລ້ວແຊ່ນ້ຳກ້ອນໃຫ້ກອບ ເອົາໄວ້ກິນກັບກະປິກັບເລືອດ
  • ກະປິ 1 ບ່ວງແກງ, ໄວ້ກິນກັບ
  • ໝາກນາວ 3 ໜ່ວຍ, ຊອຍເປັນປ່ຽງ ເອົາໄວ້ບິບໃສ່ເລຶອດ

ວິທີເຮັດ

ຂັ້ນຕອນ 1. ນຳເອົາ ຫນັງເປັດ ຂົ້ວໃສ່ຫມໍ້ໃຫ້ນ້ຳມັນອອກ ແລ້ວນ້ຳເອົາເຄື່ອງໃນເປັດ+ຊີ້ນເປັດ+ແປ້ງນົວຂົ້ວໃຫ້ສຸກ ແລ້ວຕັກໃສ່ຈານ ຍາຍໃຫ້ເຢັນ ( ຈານຄວນເປັນຈານທີ່ກົ້ນເລິກນ້ອຍຫນຶ່ງເພຶ່ອໃຫ້ສາມາດເຖເລຶອດໃສ່ໄດ້).

ຂັ້ນຕອນ 2. ນຳເອົາເລຶອດມາປະສົມກັບນ້ຳໃສ່ຖ້ວຍໂດຍມີອັດຕາສ່ວນ ເລຶອດ 1 ບ່ວງຕໍ່ນ້ຳ 2 ບ່ວງ ແລ້ວຄົນໃສ່ກັນ ຈາກນັ້ນເຖເລຶອດດັ່ງກ່າວລົງໃສ່ຈານເຄື່ອງໃນທີ່ກະກຽມໄວ້ແລ້ວນັ້ນ ຈາກນັ້ນປະໄວ້ປະມານ 10 ນາທີເພື່ອໃຫ້ເລຶອດແຂງໂຕ

ຂັ້ນຕອນ 3. ພາຍຫລັງເລຶອດກ້າມແລ້ວກໍ່ນຳເອົາ ຫມາກເຜັດ+ຫອມບົວຈຽວ+ເຂົ້າຂົ້ວ+ຫົວສີໄຄຊອຍ+ຫອມບົວຊອຍ+ຫອມປ້ອມຊອຍ+ຫອມລາບ+ຜັກບົວລະພາ+ຫມາກຖົ່ວດິນ ມາໂຮ່ຍຫນ້າເລຶອດ

ຂັ້ນຕອນ 4. ຈາກນັ້ນກ່ອນເຮົາຈະກິນແມ່ນບີບຫມາກນາວໃສ່ ກັບຫມາກຖົ່ວຫລືຫມາກເຜັດຕ້ວຍກະປິ ເພື່ອເພີ່ມລົດຊາດໃຫ້ແຊບຂຶ້ນຕື່ມ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ