ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດ ຍຳ/ຕຳ/ພັນ

ຫມ້ຽງຫວຽດ

(1 ໂຫວດ) • ໂດຍ ສາວນ້ອຍ

5 ຄົນ · ປານກາງ · 90 ນາທີ · ຖືກ

'ຫມ້ຽງຫວຽດ' ຫລື ໝູຕົ້ມ ພັນຜັກບົ່ວ. ເຮັດງ່າຍໆ ແຕ່ແຊບຫລາຍ. ເໝາະສຳລັບເຮັດກິນຊຸມກັບໝູ່, ຊ່ອຍກັນ ພັນ ແລະຊ່ອຍກັນກິນພ້ອມ:). ມາເບິ່ງສູດຢູ່ລຸ່ມນີ້ເລີຍ !

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ນຳເອົາຫມູ+ໄຂ່+ຫອມປ້ອມມາພັນໃສ່ກັນໂດຍເອົາໃບຫອມບົວມາພັນໃຫ້ເປັນຄຳ

ຂັ້ນຕອນ 2. ເອົານ້ຳມາຕົ້ມໃສ່ນ້ຳຕານ+ເກືອ ນ້ຳຕານລະລາຍແລ້ວປິດໄຟ ແລ້ວເອົານ້ຳປາ+ແປ້ງນົວໃສ່ ຊິມລົດຊາດ ສາມາດປຸງເພີ້ມໄດ້ ແລ້ວປະໄວ້ໃຫ້ເຢັນ

ຂັ້ນຕອນ 3. ນຳເອົາຫມາກເຜັດ+ ກະທຽມຕຳໃຫ້ອຽດ ຕາມດ້ວຍຫມາກຖົ່ວດິນ

ຂັ້ນຕອນ 4. ນຳເອົາເຄື່ອງທີ່ຕຳໃສ່ນ້ຳຕານປະໄວ້ນັ້ນ ບີບຫມາກນາວໃສ່ ຖືວ່າສຳເລັດ

ຂັ້ນຕອນ 5. ເອົາຊີ້ນທີ່ພັນຈ້ຳນ້ຳເຈ່ວກິນໄດ້ເລີຍ

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ