ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ຜັດເຜັດຫອຍແຄງ

(0 ໂຫວດ) • ໂດຍ Kimmi Kim

2 ຄົນ · ງ່າຍ · 20 ນາທີ · ປານກາງ

'ຜັດເຜັດຫອຍແຄງ' ເປັນເມນູປະຈຳ ຊອຍຫອຍແຄງ ແລະ ຮ້ານເບຍ. ມື້້ນີ້ຖ້າບໍ່ໄດ້ ອອກໄປນອກ ກະຊື້້ຫອຍມາເຮັດກິນເອງຢູ່ບ້ານເລີຍ. ສູດນີ້ ລົດຊາດບໍ່ຕ່າງຫຍັງກັບ ຮ້ານດັງ, ແຖມ ເຮັດເອງ ໄດ້ຫລາຍກວ່າອີກ ກິນອີ່ມຈຸໃຈ.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ລວກຫອຍ ແລະ ແກະໄວ້ ໃຫ້ລຽບລ້ອຍ ພ້ອມຂົ້ວ

ຂັ້ນຕອນ 2. ຄ້າງໝໍ້ໃສ່ນ້ຳມັນໃຫ້ຮ້ອນ ແລ້ວ ເອົາກະທຽມແລະ ໝາກເຜັດທີ່ຕຽມນັ້ນ ລົງຂົ້ວໃຫ້ມັນຫອມ (ລະວັງຈາມ ຮາຮາຮາ). ກ່ອນມັນໄໝ້ຮີບໃສ່ພິກເຜົາ ແລ້ວຄົນໄວໆໃຫ້ຫອມ ແລ້ວ ຖອກນ້ຳ ແລະ ນົມສົດລົງ, ຕາມດ້ວຍ ນ້ຳມັນຫອຍ, ສະອິ້ວຂາວ, ນ້ຳຕານ, ຄະນໍຜົງ, ແປ້ງນົວ. ຂົ້ວໃຫ້ມັນເຂົ້າກັນດີ ແລ້ວຊີມລົດຊາດກ່ອນ ຕື່ມອີກໄດ້ຕາມໃຈມັກ.

ຂັ້ນຕອນ 3. ສຸດທ້າຍ ເອົາຫອຍລົງ, ຄົນໄວໆໃຫ້ເຂົ້າເຄື່ອງ ປະມານ 10-15 ວິນາທີ. ເອົາຜັກ ບົວລະພາລົງ ຄົນອີກບາດໜຶ່ງ ລະກະຕັກໃສ່ຈານເສີບ ແກ້ມເບຍ , ແຊບ !

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ