ໜ້າຫຼັກສູດອາຫານລາວປະເພດຈືນ

ທອດປີກໄກ່ (ສູດນີ້ງ່າຍທີ່ສຸດໃນສາມໂລກ)

(1 ໂຫວດ) • ໂດຍ ສາວນ້ອຍ

2 ຄົນ · ງ່າຍ · 20 ນາທີ · ຖືກ

'ທອດປີກໄກ່ (ສູດນີ້ງ່າຍທີ່ສຸດໃນສາມໂລກ)' ກະສົມຊື່ແທ້ໃດລະ. ເຮັດສູດງ່າຍໆ ແຕ່ ລົດຊາດເໜືອ ຮ້ານທອດໄກ່ ຊື່ດັງ ຂອງຕ່າງປະເທດພຸ້ນນ່າ.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ເອົາປີກໄກ່ໃສ່ຄະນໍກັບພິກໄທເອືອບ ປະໄວ້ປະມານ 60 ນາທີ, ຖ້າບໍ່ມີເວລາເອືອບແມ່ນໃຫ້ ນວດປີກໄກ່ດົນຫນ້ອຍຫນຶ່ງເພື່ອໃຫ້ເຄື່ອງຊື່ມເຂົ້າປີກໄກ່.

ຂັ້ນຕອນ 2. ເອົານ້ຳມັນພືດ ໃສ່ຫມໍ້ແລ້ວເປີດໄຟໃຫ້ນ້ຳມັນຮ້ອນ. ຈາກນັ້ນເອົາແປ້ງໂຮຍໃສ່ປີກໄກ່ພໍໃຫ້ຕິດປີກ ແລ້ວເອົາລົງໃສ່ນ້ຳມັນທີ່ຮ້ອນ ແລ້ວຜ່ອນໄຟໃຫ້ອ່ອນ ພິກປີກໄກ່ໄປມາ ແລະ ຈືນຈົນກວ່າປີກໄກ່ຈະສຸກເຫລືອງ.

ຂັ້ນຕອນ 3. ເມື່ອປີກໄກ່ສຸກຕັກໃສ່ຈານ ກີນກັບຊອດຫມາກເລັ່ນ ຫລື ຊອດຫມາກເຜັດ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ