ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ເອາະເປັດ

(1 ໂຫວດ) • ໂດຍ Tou

2 ຄົນ · ປານກາງ · 30 ນາທີ · ປານກາງ

ໃຜມັກກິນເປັດແດ່? ມາມາ ເຮັດ 'ເອາະເປັດ' ກິນ, ຫອມປາແດກ ແລະ ຜັກຊີ ເຂົາກັນເຂົ້າກັນ. ໃຜມັກກະເລີ່ມລົງມືເຮັດຕາມສູດລຸ່ມນີ້ເລີຍເນີ

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ຕຳກະທຽມ, ຫອມບົ່ວແດງ ແລະ ໝາກເຜັດໃສ່ນຳກັນ ແລ້ວຂົ້ວໃສ່ນ້ຳມັນ ໃຫ້ຫອມ ແລ້ວເອົາເປັດລົງຂົ້ວໃສ່ກັນ ໃຫ້ຊີ້ນຫັນ. ຕື່ມ ປາແດກເຄິ່ງຫນຶ່ງ+ນ້ຳ+ໝາກເຂືອໍ ແລະ ເຂົ້າເບືອລົງ ຕົ້ມຈົນສຸກ ແລະ ໝັ່ນຄົນ ເພື່ອບໍ່ໃຫ້ຕິດໝໍ້.

ຂັ້ນຕອນ 2. ໃສ່ເຫັດຫູ ແລະ ໝາກຖົ່ວ ຕົ້ມປະມານ 5ນາທີ ຫລືຈົນເຫັດສຸກ.

ຂັ້້ນຕອນ 3. ໃສ່ປາແດກເພີ່ມ ແລະ ເກືອ. ຊີມລົດຊາດ ແລະ ເອົາ ຫອມບົ່ວ ແລະຜັກຊີລົງ. ປົງເສີບໄດ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ