ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຕຳປູມ້າ

(0 ໂຫວດ) • ໂດຍ Sack Yuki

2 ຄົນ · ປານກາງ · 30 ນາທີ · ແພງ

ບໍ່ຢາກ ກິນປູ ຈ້ຳແຈ່ວ ຊື່ໆແລ້ວ. ມາມາ ເຮັດນ້ຳຕຳ ແລ້ວ ລາດລົງເບິ່ງ ກາຍເປັນ 'ຕຳປູມ້າ' . ແຊບຄັກດີ ໄດ້ລົດຊາດນ້ຳຕຳ ເຕັມຄຳເວລາ ດູດປູ :)

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ຕຳຫມາກເຜັດ, ກະທຽມ,ກະປິ, ນ້ຳຕານ, ແລະ ແປ້ງນົວ ໃຫ້ແຫລກ.

ຂັ້ນຕອນ 2. ໃສ່ປາແດກ, ໝາກເລັ່ນ, ໝາກນາວບີບໃສ່, ໝາກຖົ່ວ, ໃບກະທຽມ ແລະ ຍວກໃຫ້ເຂົ້າກັນ

ຂັ້ນຕອນ 3. ເອົານ້ຳຕຳຄົນໃສ່ປູ ໃຫ້ເຂົ້າກັນດີ ແລ້ວຊີມ. ແຊບ !

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ