ໜ້າຫຼັກສູດອາຫານອາຫານຝລັ່ງປະເພດເຄັກ

ເຄັກ ຊ໊ອກໂກແລ໋ດ

(1 ໂຫວດ) • ໂດຍ Chris

8 ຄົນ · ປານກາງ · 30 ນາທີ · ປານກາງ

ມື້ນີ້ຊິມາບອກເຄັດລັບ ໃນການເຮັດ ເຄັກຊ໋ອກໂກແລ໋ດ ແບບຝລັ່ງ. ຂໍບອກວ່າ ແຊບກວ່າຢູ່ ຮ້ານທົ່ວໄປອີກ. ບໍ່ເຊື່ອລອງເຮັດເບິ່ງ. ເອົາຕາມສູດແລະຂັ້ນຕອນນີ້ ເປະໆເລີຍເດີ.

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ເປີດເຕົາອົບ 200 ° C

2. ລະລາຍຊ໋ອກໂກແລັດໃຫ້ເປື່ອຍ (ຕົ້ມ ຫລື ເຂົ້້າ ໄມໂຄເວັບ). ຈາກນັ້້ນ ຕື່ມນ້ຳມັນເບີ ແລະ ຕີໃຫ້ເຂົ້າກັນດີ.

3. ເອົາຊາມອັນໜຶ່ງມາ ຕີໄຂ່ ແລະ ນ້ຳຕານ ເຂົ້າກັນ ຈາກນັ້ນ ຖອກແປ້ງລົງ ແລ້ວຕີໃຫ້ເຂົ້າກັນດີ.

4. ຈາກນັ້ນ ຖອກຊ໋ອກໂກແລັດ ລົງໃນຊາມໄຂ່ທີ່ຕີ ໄວ້ນັ້ນ, ຕີໃຫ້ເຂົ້າກັນດີ ຈົນເນື້ອນຽນ ເປັນອັນດຽວກັນ.

5. ເອົາພາຊະນະ ທີ່ເອົາເຂົ້າ ເຕົາອົບໄດ້, ທາເນີຍໃສ່ ແລະ ໂຮຍແປ້ງ ແລ້ວ ຂວ້ຳ ເອົາແປ້ງອອກ. ຖອກຊ໋ອກໂກແລ໋ດ ທັງຫມົດນັ້້ນໃສ່ ພາຊະນະ.

6. ອົບປະມານ 20 ນາທີ (ປັບເວລາອົບເພີ່ມ ຖ້າມັກ ທາງໃນສຸກດີ ຫລື ຫລຸດໄດ້ ຖ້າ ມັກທາງໃນ ເປັນ ຊ໋ອກໂກແລ໋ດ ລາວາ.

ເຄັດລັບ: ຖ້າມັກໃຫ້ເຄັກຟູໆ ໃຫ້ເຮັດຂັ້ນຕອນດຽວກັນນີ້ ແຕ່ເພີ່ມເຄື່ອງປະກອບດັ່ງນີ້: ໄຂ່ 6 ໜ່ວຍ, ນ້ຳມັນເບີ 180g, ນ້ຳຕານ 300g, ແລະແປ້ງ 100g .


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ