ໜ້າຫຼັກສູດອາຫານລາວປະເພດ ອົບ/ເອາະ/ຕຸ໋ນ

ຕີນໝູຈັດເຕັມ

(1 ໂຫວດ) • ໂດຍ Sack Yuki

4 ຄົນ · ປານກາງ · 60 ນາທີ · ປານກາງ

ໃຜທີ່ມັກແຫ້ນຕີນລອງເຮັດເມນູນີ້ເບິ່ງ, ຂັ້້ນຕອນງ່າຍໆ ແລະ ລົດຊາດຫອມເຄື່ອງເທດ. ກິນໄດ້ ເປັນຂອງກິນຫລິ້້ນ ຫລື ກັບເຂົ້າກະໄດ້. ເດັກນ້ອຍບໍ່ມັກແຫ້ນຕີນ ແຕ່ ກິນໄຂ່ຕຸ໋ນກະໄດ້.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ເອົານ້ຳມັນໃສ່ໝໍ້ທີ່ຈະຕຸນ, ຂົ້ວ ຂີງ+ໂປຍກັ໊ກ+ອົບເຊີຍແທ່ງ+ອົບເຊີຍຜົງ+ການພູ+ໝາກມາດ+ພິກໄທດຳ+

ພິກໄທຂາວ+ຮາກຫອມປ້ອມ +ຫອມບົ່ວແດງ+ ແລະ ກະທຽມ ຈົນຫອມເຫລືອງ ແລ້ວຕື່ມນ້ຳລົງ.

ຂັ້ນຕອນ 2. ພໍນ້ຳຟົດໃສ່ຕີນໝູ ແລະ ປຸງລົດດ້ວຍ ສະອິ້ວຂາວ ສະອິ້ວຫວານ ສະອິ້ວດຳ ສະອິ້ວຝາຂຽວ ນ້ຳມັນຫອຍ ແລະ ນ້ຳຕານ. ຊີມ

ລົດຊາດຕາມໃຈມັກ (ປຸງລົດໃຫ້ອ່ອນໜ້ອຍໜຶ່ງເພາະນ້ຳຍັງຊິແຫ້ງຢູ່). ແລະຕຸນໄຟອ່ອນປະມານ 30 ນາທີ.

ຂັ້ນຕອນ 3. ເອົາໄຂ່ຕົ້ມລົງ ແລະ ຕຸ໋ນຕໍ່ປະມານ 15 ຫາ 20 ນາທີ ຫລື ຈົນກວ່າໄຂ່ ອອກເປັນສີນ້ຳຕານ. ຊີມລົດຕື່ມ ແລະ ຕັກເສີບໄດ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ