ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຍຳຊີ້ນ ຫົວສີໄຄ

(1 ໂຫວດ) • ໂດຍ Kimmi Kim

1 ຄົນ · ງ່າຍ · 30 ນາທີ · ປານກາງ

'ຍຳຊີ້ນ ຫົວສີໄຄ' ເປັນເມນູກັບແກ້ມ ຍອດຮິດ ອີກຈານໜຶ່ງ. ຊອກຫາກິນໄດ້ ຕາມຮ້ານຕາມສັ່ງ. ແຕ່ມື້ນີ້ ມາເຮັດກິນເອງຢູ່ບ້ານເບິ່ງ. ເບິ່ງສູດລຸ່ມນີ້ລະເລີ່ມເລີຍ :)

ເຄື່ອງປຸງ

ວິທີເຮັດ

1. ປີ້້ງຊີ້ນພໍໃຫ້ສຸກ ແລະ ຊອຍບາງປະໄວ້

2. ເຮັດນ້ຳຍຳ: ເອົານ້ຳຕານໄປລະລາຍໃນນ້ຳຮ້ອນກ່ອນ, ແລ້ວເອົາມາບົດກັບ ກະທຽມ, ໝາກເຜັດ, ເກືອ, ນ້ຳປາ, ແປົ້ງນົວ, ບີບໝາກນາວໃສ່ ແລະ ຊີມລົດຊາດຕາມໃຈມັກ.

3. ເອົາຊີ້ນໃສ່ຊາມ ຫລື ຖ້ວຍໃຫຍ່ ແລ້ວ ເອົາຫົວສີໄຄ, ຫົວບົ່ວ, ກະທຽມດອງ,ໝາກເລັ່ນ, ພ້ອມ ຜັກຫອມທັງໝົດລົງ ພ້ອມຖອກນ້ຳຍຳໃສ່, ຕາມດ້ວຍ ຊ໊ອດໝາກເຜັດສີລາຊາ ຄົນໃຫ້ເຂົ້າກັນ ຊີມລົດຊາດ ຕັກເສີບ. ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ