ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຍຳໝາກປີໃສ່ໝາກເຂືອ

(0 ໂຫວດ) • ໂດຍ Sack Yuki

2 ຄົນ · ປານກາງ · 30 ນາທີ · ຖືກ

ຍຳໝາກປີໃສ່ໝາກເຂືອ ຫລື ຍຳໝາກເຂືອໃສ່ໝາກປີ ກະອັນດຽວຫັ້ນລະເນາະ ອິອິອິ.. ເປັນເມນູ ຕຳນານອີກອັນໜຶ່ງຂອງລາວເຮົາ. ມື້ນີ້ແຕ່ງກິນ ເລີຍມີສູດມາແຊ...ລອງເຮັດກິນເບິ່ງເດີ :)

ເຄື່ອງປຸງ

ວິທີເຮັດ

1. ຊອຍໝາກປີບາງໆ ແຊ່ໃສ່ນ້ຳໝາກນາວໄວ້ ເພື່ອບໍ່ໃຫ້ດຳ. ປະມານ 10 ນາທີກ່ອນຄົນເຄື່ອງ.

2. ເອົາແກ່ນໝາກເຂືອຂື່ນອອກໃຫ້ໝົດ ແລະຊອຍບາງໆ ແຊ່ນ້ຳເກືອ ປະມານ 1ບ່ວງກາເຟ ປະໄວ້ ປະມານ 10 ນາທີເຊັ່ນກັນ.

3. ປັ້ນເອົານ້ຳ ອອກຈາກ ໝາກປີ ແລະ ໝາກເຂືອຂື່ນ ແລະ ເອົາລົງປະໄວ້ຊາມ

4. ຕຳກະທຽມແລະໝາກເຜັດ ແລ້ວເອົາໃສ່ໃນຊາມໝາກປີ

5. ໃສ່ນ້ຳປາ, ເກືອ, ແປ້ງນົວ, ງາຂົ້ວ, ແລະ ຫອມບົວ, ຫອມເປ, ຫອມປ້ອມ. ຄົນໃຫ້ເຂົ້າກັນ ຊີມລົດຊາດຕາມໃຈມັກ. ເປັນອັນວ່າຈົບພິທີ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ