ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ຈືນໄຂ່ໃສ່ຜັກຊີ

(1 ໂຫວດ) • ໂດຍ Kimmi Kim

2 ຄົນ · ງ່າຍ · 10 ນາທີ · ຖືກ

ຈືນໄຂ່ດາວ ໄຂ່ແຜ່ນ ກະກິນປະຈຳລະ. ມື້້ນີ້ລອງໃສ່ຜັກຊີເບິ່ງແມ້ ຮັບຮອງໄດ້ລົດຊາດແຊບ ໄປອີກແບບ. ຄັນຫິວ ກະເລີ່ມແຕ່ງເລີຍ ກັບສູດງ່າຍລຸ່ມນີ້ :)

ເຄື່ອງປຸງ

ວິທີເຮັດ

1. ຕີໄຂ່ໃສ່ຖ້ວຍ ພ້ອມກັບຜັກຊີ, ປຸງລົດດ້ວຍເກືອ, ນ້ຳຕານ, ສະອິ້ວ, ແລະ ບີບໝາກນາວໃສ່ 3 ຢອດ(ໃສ່ໃຫ້ໄຂ່ຟູຂຶ້ນກວ່າເກົ່າ). ຕີໃຫ້ເຂົ້າກັນ.

2. ຄ້າງໝໍ້ ຂົ້ວກະທຽມ ແລະ ຫົວບົ່ວແດງໃຫ້ຫອມ ເຫລືອງ (ເລັ່ງໄຟຂຶ້້ນ) ແລ້ວເອົາ ໄຂ່ທີ່ຕຽມໄວ້ລົງ ຕາມດ້ວຍໝາກເຜັດ. ພໍສຸກໃຫ້ປີ້ນດ້ານ(ຈືນດ້ານລະປະມານ 10 ວິນາທີ ) . ຄວນເສີບຮ້ອນໆ ກິນກັບເຂົ້າໜຽວ ຫລືເຂົ້າຈ້າວ. ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ