ໜ້າຫຼັກສູດອາຫານອາຫານໄທປະເພດຊຸບ/ຊົ້ວ

ຜັດໄທກຸ້ງ

(0 ໂຫວດ) • ໂດຍ Tou

6 ຄົນ · ປານກາງ · 30 ນາທີ · ປານກາງ

ຫລາຍຄົນ ຮູ້ຈັກຜັດໄທ ແນ່ນອນ ຫາກິນໄດ້ງ່າຍ. ແຕ່ຊິບໍ່ງ່າຍ ແລະ ສະໜຸກກວ່າ ບໍ່ ຖ້າເຮົາ ລອງມາເຮັດກິນ ເອງເບິ່ງ. ສູດງ່າຍໆ ແບບນີ້ເລີຍ

ເຄື່ອງປຸງ

ສ່ວນປະກອບ ນ້ຳປຸງຜັດໄທ

ເຄື່ອງປຸງເສັ້ນ

ເຄື່ອງຄຽງ

ວິທີເຮັດ

1. ເຮັດນ້ຳ ປຸງຜັດໄທ

- ຄ້າງໝໍ້ ໃສ່ ນ້ຳຕານ, ໝາກຂາມປຽກ, ນ້ຳປາ, ນ້ຳດື່ມ. ຕົ້ມໃຫ້ຟົດ ແລ້ວ ມອດໄຟ ປະໄວ້

2. ຄ້າງໝໍ້ ກະທະ ໃສ່ນ້ຳມັນ ໃຫ້ ຮ້ອນ ຂົ້ວ ຜັກບົ່ວແດງ ໃຫ້ເຫລືອງຫອມ. ຈາກນັ້ນໃສ່ ເສັ້ນເຝີ ລົງໄປຂົ້້ວ ແລ້ວ ໃສ່ນ້ຳ ໃຫ້ ເກືອບຖ້ວມ ເສັ້ນ. ( ຖ້າເປັນເສັ້ນ ແຫ້ງໃຫ້ ແຊ່ນ້ຳ 20 ນາທີ ກ່ອນ)

3. ພໍເສັ້ນ ເລີ່ມອ່ອນ ໃຫ້ ໃສ່ ນ້ຳປຸງ ຜັດໄທລົງໄປ ຄົນໃຫ້ເຂົ້າກັນ ແລ້ວ ປ່ອຍໃຫ້ ນ້ຳແຫ້ງລົງ.

4. ໃຊ້ຕະຫລິວ ຍັບໆ ຜັດໄທ ໄປແຄມໝໍ້. ໃສ່ນ້ຳມັນ ໜ້ອຍໜຶ່ງ ບ່ອນຫວ່າງກະທະ ແລ້ວໃສ່ ກຸ້ງລົງ ໄປ ຂົ້ວໃຫ້ສຸກ ແລ້ວ ຍັບ ໄປຕິດກັບ ຜັດໄທ.

5. ໃສ່ໄຂ່ ລົງບ່ອນຫວ່າງ ຄົນໃຫ້ແຕກ, ຂົ້້ວໃຫ້ສຸກ ແລ້ວ ຄົນເຂົ້້າ ກັນກັບ ເສັ້ນ ແລະ ກຸ້ງ ທັງໝົດ.

6. ຊີມລົດຊາດ ໃຫ້ ພໍດີ ແລ້ວ ໃສ່ຖົ່ວງອອກ ແລະ ຜັກ ກຸ້ຍຊ່າຍ ລົງໄປ. ຂົ້ວໃຫ້ເຂົ້າດີ ແລ້ວ ຕັກໃສ່ ຈານ. ໂຮຍຖົ່ວດິນ ແລະ ເຜັດຜົງໃສ່ ພ້ອມແຊບ ໄດ້ :)

ເຄັດລັບ: ເສີບພ້ອມ ຫົວປີ ອ່ອນ ກິນ ກັບ ແຮ່ງແຊບເດີ. ຢ່າລືມ ໃຜມັກສົ້ມ ໃຫ້ ບີບ ໝາກນາວໃສ່ ກ່ອນກິນ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ