ໜ້າຫຼັກສູດອາຫານລາວປະເພດຈືນ

ຊີ້ນຫລອດ

(2 ໂຫວດ) • ໂດຍ ສາວວອນ ແກ້ງກອກ

4 ຄົນ · ຍາກ · 630 ນາທີ · ປານກາງ

ຊີ້ນຫລອດ ມັນຄືຊີ້ນແຫ້ງ ດີດີນີ້ເອງ, ສົງໄສ ມັນມີຮູບຊົງຄືຫລອດ ເລີຍເອີ້ນ ຊີ້ນຫລອດເນາະ. ແຕ່ລະຄົນກະເອືອບຕ່າງກັນ ແລ້ວ ແຕ່ຜູ້ມັກ ດອກວ່າ. ຖ້າມັກສູດນີ້ ກະລອງໄປເຮັດເບິ່ງເດີ.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ1: ຊອຍຊີ້ນເປັນດິ້ວຍາວ ປະມານ 8 ຊັງຕີແມັດ

ຂັ້ນຕອນ 2: ປອກກະທຽມ, ແລະຊອຍຂີງເປັນລູກເຕົາ ແລະ ຕຳເຄື່ອງທັງຫມົດໃສ່ຄົກໃຫ້ແຫລກ.

ຂັ້ນຕອນ 3: ຄົນເຄື່ອງທີ່ຕຳໃສ່ຊາມຊີ້ນ , ຕາມດ້ວຍ ນ້ຳຕານ ເກືອ, ສະອິ້ວຂາວ, ແລະ ງາຂາວ ແລ້ວ ຄົນເຂົ້າກັນ ປະມານ 10ນາທີ

ຂັ້ນຕອນ 4: ນຳຊີ້ນອອກມາລຽງໃສ່ ຖາດ ແລ້ວນຳອອກຕາກແດດ ປະມານ 3 ຊົ່ວໂມງ ແລະ ອີກ 3 ຊມ ໃຫ້ ພິກອີກດ້ານເພື່ອໃຫ້ແຫ້ງ

ຂັ້ນຕອນ 5: ຫລັງຈາກຊີ້ນແຫ້ງແລ້ວໃຫ້ນຳມາທອດໃສ່ນ້ຳມັນຮ້ອນໄຟກາງ ໃຫ້ສຸກ ພ້ອມເສີບກັບເຂົ້າຫນຽວ ກັບແຈ່ວໝາກເຜັດດິບ. ແຊບໄປອີກ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ