ໜ້າຫຼັກສູດອາຫານອາຫານໄທປະເພດຂົ້ວ/ຜັດ

ຜັດກະເພົາໄກ່ (ສູດງ່າຍ ແລະ ໄວທີ່ສຸດ)

(0 ໂຫວດ) • ໂດຍ Kimmi Kim

4 ຄົນ · ງ່າຍ · 20 ນາທີ · ຖືກ

ຫິວເດ!ບໍ່ຢາກອອກໄປ ກິນເຂົ້ານອກບ້ານ!ມີເວລາໜ້ອຍ! ຢາກເຮັດກິນເອງ ແນວງ່າຍໆ ແຕ່ແຊບ. ເປີດຕູ້ເຢັນເລີຍ :ເຮັດ 'ຜັດກະເພົາໄກ່' ແມ້:) ແຖມໄຂ່ດາວໜ່ວຍໜຶ່ງນຳເດີ ຢ້ານບໍ່ອີ່ມ.

ເຄື່ອງປຸງ

ວິທີເຮັດ

1. ຄ້າງໝໍ້ໃສ່ນ້ຳມັນໃຫ້ຮ້ອນແລ້ວເອົາ ກະທຽມລົງຈຽວໃຫ້ຫອມ ແລ້ວເອົາ ໄກ່ລົງໄປຂົ້ວ, ປຸງເຄື່ອງດ້ວຍ ນ້ຳປາ, ນ້ຳຕານ, ສະອິ້ວຂາວ, ນ້ຳມັນຫອຍ. ຂົ້້ວໄຟແຮງໆ ໄກ່ ສຸກ ປະມານ 5 ຫາ 7 ນາທີ. ຕື່ມນ້ຳໃສ່ໜ້ອຍໜຶ່ງ ຖ້າ ມັນແຫ້ງເກີນໄປ.

2. ເອົາ ຫົວບົ່ວ ແລະ ກາລົດ ລົງໄປຂົ້ວອີກ ຄົນໄປມາ ປະມານ 1 ນາທີ . ຈາກນັ້ນໃສ່ ໃບກະເພົາ ແລະ ຄົນໃຫ້ເຂົ້າກັນ. ຊີມລົດຊາດ ປິດໄຟ. ເສີບ ກັບເຂົ້າຈ້າວ ແລະ ໄຂ່ດາວ ພ້ອມ ແຈ່ວນ້ຳປາ ຫມາກເຜັດ. ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ