ໜ້າຫຼັກສູດອາຫານລາວປະເພດແຈ່ວ

ແຈ່ວໝາກເຂືອ

(0 ໂຫວດ) • ໂດຍ ສາວວອນ ແກ້ງກອກ

4 ຄົນ · ງ່າຍ · 30 ນາທີ · ຖືກ

ແຈ່ວໝາກເຂືອ ກິນຍາມໃດກະໄດ້ ຍິ່ງໄດ້ກິນ ກັບເຂົ້າໜຽວຮ້ອນໆນີ້ ແມ່ນ ຄວາມແຊບລະດັບ ສິບ :) ບໍ່່ຕ້ອງຖ້າເຮັດກິນໂລດ.

ເຄື່ອງປຸງ

ວິທີເຮັດ

1. ຈີ່ຫົວຜັກບົ່ວ+ກະທຽມ+ໝາກເຜັດ+ ໝາກເຂືອໃຫ້ສຸກ. ສັງເກດບີບເບິ່ງ ມັນຈະອ່ອນ ແລະ ໃຫ້ເປືອກທາງນອກອອກໄຫມ້ຫນ້ອຍຫນຶ່ງ ເພື່ອກິ່ນຫອມ.

2. ປອກເປືອກ ຫົວບົ່ວ+ກະທຽມ+ໝາກເຂືອ ອອກ ແລ້ວປະໄວ້ຈານ.

3. ຕຳຫົວບົ່ວ+ກະທຽມ+ໝາກເຜັດທີ່ຈີ່ນັ້ນ ໃສ່ຄົກ ກັບເກືອ+ນ້ຳຕານ+ແປ້ງນົວ(ບໍ່ໃສ່ກະໄດ້). ພໍມັນແຫລກໃສ່ ໝາກເຂືອລົງໄປຕຳຈົນແຫລກເຂົ້າກັນດີ. ໃສ່ນ້ຳປາ ແລະ ຜັກຫອມປ້ອມຊອຍ. ຊີມລົດຊາດ ແລ້ວເສີບ ບ່າຍເຂົ້າຫນຽວຮ້ອນ ແລະ ຊີ້ນແຫ້ງຫນຶ້້ງໄດ້ເລີຍ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ