ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ຊຸບເປີ້ຕີນໄກ່

(1 ໂຫວດ) • ໂດຍ ເຈ້ນ່ອງ ພາເພີນ

2 ຄົນ · ງ່າຍ · 40 ນາທີ · ຖືກ

ມາໆ ແຫ້ນຕີນ ນຳນ້ອງບໍ່? ໝາຍເຖິງ ຕີນໄກ່ຫັ້ນນາ. ບອກຄຳດຽວ ສາວົກ ຕີນໄກ່ບໍ່ຄວນພາດ ເມນູນີ້. ໂດຍສະເພາະ ຍາມ ຊຸມກັນກິນ ນ້ຳລຳໄຍ. ແມ່ນຕ້ອງໄດ້ຊົດ :)

ເຄື່ອງປຸງ

ວິທີເຮັດ

1. ຄ້າງໝໍ້ຕົ້ມນ້ຳ ໃສ່ ຫົວສີໄຄ + ຂ່າ + ຫົວບົ່ວແດງ+ເກືອ+ແປ້ງນົວ.

2. ພໍໝໍ້ຟົດ ເອົາຕີນໄກ່ລົງ ຕົ້ມໄປ ປະມານ 30 ນາທີ ຫລືສັງເກດຈົນກວ່າຕີນມັນເປື່ອຍພໍດີມັກ.

3. ຕື່ມນ້ຳປາ+ນ້ຳໝາກຂາມປຽກ . ຊີມລົດຊາດຕາມໃຈ. ແລ້ວຖອກໃສ່ຖ້ວຍ ບີບໝາກນາວໃສ່, ຕຳໝາກເຜັດຂີ້ຫນູໃສ່ ໂຮຍຫນ້າ ພ້ອມດ້ວຍ ຫອມເປ. ເຊີນແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ