ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ສົ້ມຜັກກາດຕີນໝີ

(0 ໂຫວດ) • ໂດຍ Kimmi Kim

4 ຄົນ · ຍາກ · 60 ນາທີ · ຖືກ

ສົ້ມຜັກກາດ ເປັນອາຫານດັ້ງເດີມ ຢູ່ຄູ່ຄົນລາວມາແຕ່ດຶກດຳບັນ. ມັນມີຂາຍທຸກຕະຫລາດ. ແຕ່ມື້ນີ້ລອງມາເຮັດກິນເອງເບິ່ງ. ແຊບບໍ່ນ້ອຍໜ້າເລີຍ ຂໍບອກ :)

ເຄື່ອງປຸງ

ວິທີເຮັດ

1. ກ່ອນອື່ນ ຊອຍຜັກກາດໃຫ້ພໍດີຄຳ, ເອົາໄປລ້າງໃຫ້ສະອາດ ແລະ ໄປຕາກໃຫ້ມັນຫຍອບລົງ ແຕ່ບໍ່ເຖິງຂັ້ນແຫ່ວ. ປະໄວ້ໃນຫ້ອງກະໄດ້ ຫລື ເອົາໄປຕາກແດດໃຫ້ມັນໄວ. ເຮັດແນວນີ້ເພື່ອເວລາຄັ້ນ ມັນຈຶ່ງບໍ່ແຕກ.

2. ເມື່ອຜັກກາດໄດ້ທີ່ແລ້ວ, ໃຫ້ເທລົງຊາມໃຫຍ່ , ຕື່ມນ້ຳ ແລະ ເກືອລົງ. ຄັ້ນ ແລະ ນວດ ໃຫ້ນ້ຳເກືອ ຊຶມໄປໃນທຸກ ອະນູຂອງຜັກກາດ ໂດຍສະເພາະ ກ້ານມັນໃ ມັນຈຶ່ງບໍ່ເນົ່າ. ສັງເກດກ້ານທຸກກ້ານ ເປັນສີໃສໆ ສະແດງວ່າໃຊ້ໄດ້.

4. ປ່ຽນນ້ຳໃຫມ່, ຖອກນ້ຳເກົ່າ ອອກຫມົດ ແລ້ວ ໃສ່ນ້ຳໃໝ່ລົງໄປ, ປຸງເຄື່ອງດ້ວຍ ກະທຽມສັບ, ເກືອ, ແປ້ງນົວ, ແລະ ເຂົ້າໜຽວ( ທີ່ລ້າງນ້ຳເມືອກອອກແລ້ວ). ຄັ້ນ ແລະ ນວດ ເບົາໆ ໃຫ້ເຂົ້າກັນອີກເທື່ອຫນຶ່ງ. ຊີມລົດຊາດຢ່າໃຫ້ເຄັມເກີນໄປ ເພາະ ຈະນານເປັນ. ແຕ່ຖ້າບໍ່ພໍເກືອ ມັນຈະບູດ.

5. ໄດ້ລົດຊາດພໍດີແລ້ວ ໃຫ້ ເທໃສ່ ພາຊະນະບັນຈຸ, ອາດຈະເປັນຢາງ ຫລື ແກ້ວກະໄດ້ ,ເນັ້ນລົງໃຫ້ແໜ້ນ , ນ້ຳໃຫ້ຖ້ວມຜັກ, ປິດຝາໃຫ້ແຫນ້ນ. ຖ້າອາກາດຮ້ອນ ອີກ 1 ຫາ 2 ມື້ກະກິນໄດ້. ຫລືໃຜມັກສົ້ມແຮງກະ 3 ມື້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ