ໜ້າຫຼັກສູດອາຫານລາວປະເພດ ອົບ/ເອາະ/ຕຸ໋ນ

ເອາະເຄື່ອງໃນ ກັບຮວຍໄຂ່ໄກ່

(0 ໂຫວດ) • ໂດຍ Sack Yuki

4 ຄົນ · ງ່າຍ · 40 ນາທີ · ຖືກ

ເອາະເຄື່ອງໃນ ກັບ ຮວຍໄຂ່ ເປັນເມນູບ້ານໆ ທີ່ຫາກິນໄດ້ ເກືອບທຸກໆ ທ້ອງຖິ່ນໃນລາວ. ລົດຊາດເປັນເອກະລັກ ສະເພາະຂອງຄົນລາວ ຍ້ອນມີປາແດກ:). ສາຍປາແດກ ສາຍຕ່າງແຂວງ ຫ້າມພາດ ເມນູນີ້ເດັດຂາດ. ຈັດເລີຍມື້ນີ້!

ເຄື່ອງປຸງ

ວິທີເຮັດ

1. ຕຳຫລືບົດ ຫົວບົ່ວ+ກະທຽມ+ຂີງຊອຍ+ຂ່າຊອຍ+ຫົວສີໄຄຊອຍ ໃສ່ເກືອຫນ້ອຍຫນຶ່ງ ຕຳໃຫ້ແຫລກດີ.

2. ຈາກນັ້ນ ເອົາໄປຂົ້ວໃສ່ນ້ຳມັນໃຫ້ຫອມກ່ອນ, ແລ້ວເອົາຮວຍໄຂ່ ແລະ ເຄື່ອງໃນ ລົງ. ຜັດໃຫ້ເຂົ້້າກັນ ບຶດຫນຶ່ງ ລະ ຕື່ມນ້ຳລົງພໍຖ້ວມເຄື່ອງໃນ.

3. ປຸງລົດດ້ວຍ ປາແດກ ແລະ ແປ້ງນົວ. ມັກປຸກໃສ່ຫລາຍ ບໍ່ມັກປຸກໃສ່ຫນ້ອຍ. ຕົ້້ມປະມານ 20 ນາທີ ແລະໃຫ້ນ້ຳແຫ້ງລົງເຄິ່ງຫນຶ່ງ.

4. ພໍສຸກແລ້ວ ໃສ່ຫອມບົ່ວ, ຫອມປ້ອມ, ຫອມເປ, ແລະ ຜັກຊີ ທັງໝົດລົງໄປ. ຊີມລົດຊາດອີກເທື່ອຫນຶ່ງໃຫ້ພໍດີ ແລ້ວປົງໄດ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ