ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ກຸ້ງລາດນ້ຳຍຳເຂັ້ມຂຸ້ນ

(0 ໂຫວດ) • ໂດຍ Kimmi Kim

2 ຄົນ · ງ່າຍ · 30 ນາທີ · ປານກາງ

ມື້ໃດບໍ່່ຢາກກິນເຂົ້້າ, ບໍ່ຢາກກິນຊີ້ນ, ຫລື ແນວໜັກໆ. ມາລອງເຮັດເມນູນີ້ເລີຍ, ທັງແຊບ ທັງເບົາ ທັງດີຕໍ່ໃຈ ແລະ ດີຕໍ່ນ້ຳໜັກ ນຳ :)

ເຄື່ອງປຸງ

ວິທີເຮັດ

1. ລວກກຸ້ງ ພໍສຸກ ແລ້ວ ເອົາອອກມາແຊ່ນ້ຳກ້ອນໄວ້ ເພື່ອໃຫ້ມັນເດັ້ງ.

2. ກຽມຜັກຕ່າງໆ ຢາຍໃສ່ຖາດໄວ້.

3. ກຽມນ້ຳຍຳ: ປັ່ນໝາກເຜັດ+ກະທຽມ+ຮາກແລະກ້ານຫອມປ້ອມ+ນ້ຳຕານປີ໊ບ+ນ້ຳປາ +ໝາກນາວ+ ນ້ຳ ໃຫ້ລະອຽດ, ຊີມລົດຊາດໃຫ້ ອອກສົ້້ມ ເຄັມຫວານ.

4. ເອົາກຸ້ງ ວາງໃສ່ເທິງຜັກ ແລ້ວ ເອົາ ນ້ຳຍຳລາດໜ້າ. ຕຽມມ່ຳໄດ້ເລີຍ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ