ໜ້າຫຼັກສູດອາຫານເຊເນການປະເພດປີ້ງ/ດາດ

ບາບີຄິວໄກ່ ອາຟຣິກາສະໄຕລ

(0 ໂຫວດ) • ໂດຍ Kimmi Kim

4 ຄົນ · ປານກາງ · 150 ນາທີ · ປານກາງ

ລອງສູດໝັກ ບາບີຄິວ ແບບໃໝ່ ໂດຍໄດ້ ໄອເດຍ ມາຈາກ ອາຫານປະເທດ ເຊເນການ( ໄກ່ ຢາຊາ). ລົດຊາດອອກມາ ກົມກ່ອມ ແຊບເກີນຄາດ!

ເຄື່ອງປຸງ

ວິທີເຮັດ

1. ກຽມນ້ຳໝັກໄກ່: ກຽມຊາມ ແລ້ວໃສ່ເຄື່ອງປະສົມທັງໝົດນີ້ລົງໄປໃນຊາມ ( ຫອມບົ່ວໃຫຍ່+ກະທຽມສົດ +ໄທມແຫ້ງ +ນ້ຳໝາກນາວເຫລືອງ +ນ້ຳມັນໝາກກອກ +ມັສຕາດ ( ໃຊ້ແບບ ດີຈົງ)+ ຊອສ ວໍເຊັສເຕີ້+ກ້ອນປຸງລົດກາແມັກກີ້ +ຜົງໝາກເຜັດແດງໃຫຍ່

ເກືອ +ພິກໄທດຳປົ່ນ)

2. ເອົາໄກ່ລົງໝັກໄວ້ ຢ່າງໜ້ອຍ 2 ຊມ ກ່ອນປີ້້ງ

3. ຈາກນັ້ນ ເອົາມາສຽບ ພ້ອມກັບ ໝາຫເລັ່ນ ແລະ ໝາກເຜັດໃຫຍ່

4. ນຳໄປປີ້ງ ໄຟອ່ອນ ຫາກາງ ,ໝັ່ນທາ ນ້ຳມັກທີ່ເຫລືອນັ້້ນໃສ່ນຳຕອນປີ້ງ.

ເຄັດລັບ: ນ້ຳໝັກທີ່ເຫລືອນັ້ນ ຫ້າມຖິ້ມ. ໃຫ້ນຳໄປ ຕົ້້ມໃຫ້ລົດລົງໜ້ອຍໜຶ່ງ ແລ້ວ ເອົາມາເປັນແຈ່ວລາດປີ້ງ ຕອນເສີບ ແຊບ ໄປຕື່ມ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ