ໜ້າຫຼັກລາວບໍລິຄໍາໄຊເມືອງປາກຊັນຮ້ານອາຫານ

ຫາດຊາຍຂາວສິນໄຊ

(0 ຣີວິວ) • ₭₭

ເປັນຮ້ານທີ່ຕັ້ງຢູ່ຫາດແຄມນໍ້າຂອງ! ບອກເລີຍວ່າ ມາຂ້ອນຂ້າງໄກເຕີບ ແຕ່ບັນຍາກາດ ແລະ ວິວທີ່ໂຄດດີງາມແຮງຈະທຸກຄົນ ::) ນັ່ງກິນອາຫານຍາມແລງ ເບິ່ງຕາເວັນຕົກແຄມນໍ້າ, ພ້ອມລົມພັດເຢັນໆ, ເປັນການມາຢ້ຽມຍາມທີ່ເກີນບັນຍາຍ!! ສ່ວນອາຫານແມ່ນຣົດຊາດທົ່ວໄປໃຊ້ໄດ້ ແລະ ໄກແບບນັ້ນອາຫານກໍ່ບໍ່ໄດ້ລາຄາແພງຈົນເກີນໄປ. ທາງຂ້ອນຂ້າງຍາກແດ່ຕ້ອງເປັນລົດສູງໆແດ່ຈຶ່ງໄປງ່າຍ. ເພິ່ນນ່າຈະເປີດສະເພາະຍາມແລ້ງ ເພາະຍາມຝົນນ່າຈະໄປບໍ່ໄດ້ແທ້ໆ😋

ເມນູເດັດ: ຕຳເຂົ້າປຸ້ນ, ປີ້ງຫູໝູ

  • ຂັບອອກຈາກຕົວເມືອງປາກຊັນຕາມທາງເລກ 13ໃຕ້ລົງໄປ, ຈະເຫັນປ້າຍຮ້ານກຸ້ງເຕັ້ນຢູ່ຂວາມື, ຂີ່ເຂົ້າຮ່ອມຮ້ານກຸ້ງເຕັ້ນມາເລື້ອຍໆຕາມທາງ, ຈົນໄປຮອດແຄມນໍ້າຂອງບ້ານສິນໄຊ ຖາມຄົນແຖວນັ້ນໄດ້ເລິຍເພິ່ນຮູ້ດີ, ບ້ານ ສິນໄຊ, ເມືອງປາກຊັນ, ບໍລິຄໍາໄຊ
  • (020) 59 872 226
  • ມື້ນີ້ປິດ


ຖ້າເຈົ້າຢາກຣີວິວຮ້ານນີ້ໃຫ້ເລືອກດາວ:


ເບິ່ງຮ້ານທີ່ຄ້າຍຄືກັນ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ