ໜ້າຫຼັກລາວນະຄອນຫຼວງວຽງຈັນຫາດຊາຍຟອງຮ້ານອາຫານ

ເຂົ້າປຸ້ນແຈ່ວຂີງແມ່ໄຊ (ແຈ່ວຂີງຖິ່ນເພຍ)

(0 ຣີວິວ) • ₭

ເປັນຮ້ານນ້ອຍແຄມທາງ ເປີດມາຫລາຍກວ່າ 10ປີ ເອກະລັກຮ້ານເພີ່ນຈະເປັນເຂົ້າປຸ້ນແຈ່ວຂີງ ນ້ຳປາແດກ ແບບດັ້ງເດີມ ຮ້ານເພີ່ນຈະບໍ່ມີປີ້ງປາ ປີ້ງໄກ່ ຂາຍສະເພາະເຂົ້າປຸ້ນເທົ່ານັ້ນ ເສັ້ນເຂົ້າປຸ້ນ ແລະ ຫົວໄກ່ໂອກ (ກ້ອນກົມໆສີຂາວ) ບີບສົດບີບໃໝ່ ທີ່ສຳຄັນລູກຄ້າສາມາດບີບເອງໄດ້ນຳ (ເພີ່ນສອນວິຊາໃຫ້ແບບບໍ່ຂີ້ຖີ່). ຮ້ານເພີ່ນຕ້ອງບໍລິການໂຕເອງ(ເປັນກັນເອງຄືຢູ່ເຮືອນເຮົາໂລດ) ປຸງແຕ່ງນ້ຳຂີງເອງຢູ່ໂຕະເພີ່ນ ແລ້ວມານັ່ງຖ້າເຂົ້າປຸ້ນ. ເສັ້ນເຂົ້າປຸ້ນເສັ້ນນ້ອຍ ອ່ອນນຸ້ມ ແຊບແຮງ ອີກນື່ງເມນູເດັດແມ່ນໂອລ້ຽງ ແຊບແຮງ (ຂພຈ.ຟາດໄປ 2 ຈອກ) ລົດຊາດກົມກ່ອມ ບໍ່ສົ້ມ ບໍ່ຫວານຫຼາຍ ຫອມກີ່ນກາເຟກຳລັງດີ. ໄປຖີ່ນເພຍແນະນຳຮ້ານນີ້ເລີຍ

ເມນູເດັດ: ເຂົ້າປຸ້ນແຈ່ວຂີງ



ຖ້າເຈົ້າຢາກຣີວິວຮ້ານນີ້ໃຫ້ເລືອກດາວ:


ເບິ່ງຮ້ານທີ່ຄ້າຍຄືກັນ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ