ໜ້າຫຼັກລາວນະຄອນຫຼວງວຽງຈັນໄຊເສດຖາຮ້ານອາຫານ

ເຂົ້າປຽກໄກ່ຜູ້ໂອກເຈົ້າເກົ່າ (ສາຂາ1ໂພນທັນ)

(1 ຣີວິວ) • ₭₭

ເປັນຮ້ານເປີດມາດົນ ມີຫລາຍສາຂາ ແຕ່ສາຂາຕົ້ນຕຳລັບແມ່ນສາຂາ 1 ບ້ານໂພນທັນ. ເຂົ້າປຽກເສັ້ນໃສໜຽວນຸ້ມ, ບໍ່ເປັນຢາງ ເສີບພ້ອມນ້ຳຊຸບຫອມເຂັ້ມຂຸ້ນ. ຊີ້ນໄກ່ ຜູ້ໂອກທີ່ຈີກເປັນເສັ້ນ ໝາກເຜັດເພີ່ນບໍ່ເຜັດຫຼາຍ ແລະ ຫອມດີ (ເພີ່ນຈຽວໝາກເຜັດໃສ່ນ້ຳມັນກະທຽມ), ນອກນີ້ຍັງມີຕ່ອນຂາໄຂ່, ປີກໄກ່, ຕີນໄກ່, ເຄື່ອງໃນໄກ່, ແລະ ໄຂ່ຫຳໄກ່ (ອັນນີ້ຫມົດໄວຫລາຍ ຕ້ອງໂທຈອງຈີ່ງໄດ້ກິນ) ສັ່ງເປັນຈານໄດ້ນຳ ແລະ ໃຜທີ່ຕ້ອງການໄຂ່ໄກ່ລາດ ເພີ່ນກໍ່ມີບໍລິການລວກ ໃສ່ຖ້ວຍເຂົ້າປຽກໃຫ້ພ້ອມ.

ເມນູເດັດ: ເຂົ້າປຽກເສັ້ນ



ຖ້າເຈົ້າຢາກຣີວິວຮ້ານນີ້ໃຫ້ເລືອກດາວ:


ລວມຣີວິວຮ້ານນີ້ຈາກລູກຄ້າ


ເບິ່ງຮ້ານທີ່ຄ້າຍຄືກັນ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ