ໜ້າຫຼັກລາວນະຄອນຫຼວງວຽງຈັນຈັນທະບູລີຮ້ານອາຫານ

ຕຳໝາກຫຸ່ງນາງວຽງແກ້ວເຈົ້າເກົ່າ (ປີ້ງພັນປາທົ່ງຂັນຄຳ)

(0 ຣີວິວ) • ₭₭

ຢາກບອກວ່າຮ້ານນີ້ໃຜບໍ່ໄປຖືວ່າພາດຫຼາຍ! ຖາມອາຍຸຮ້ານຫວ໋າ ຕະຫຼາດທົ່ງຂັນຄຳເປີດມາຈັກປີ ຮ້ານເພີ່ນກະເທົ່ານັ້ນປີ. ຮ້ານເພີ່ນບໍ່ໃຫຍ່ ເປັນຮ້ານນ້ອຍແຄມທາງ ມີໂຕະ 4-5 ໂຕະ ຄົນແໜ້ນຮ້ານທຸກມື້, ຮ້ານເພີ່ນອອກຊື່ຮ້ານຕຳໝາກຫຸ່ງ. ແຕ່ເພິ່ນກໍ່ຂາຍປີ້ງພັນປານຳ, ປາສົດໃຫມ່ບໍ່ຄາວ, ນ້ຳແຈ່ວພັນປາເດັດຫຼາຍ ຕ້ອງໄດ້ຂໍເພີ່ມ, ຕຳເພິ່ນກໍ່ສະຕາຍບ້ານໆ, ລົດຊາດເດັດຫຼາຍ, ແມ່ຄ້າໃຈດີ ອັນໃດບໍ່ພໍຂໍເພີ່ມໄດ້ຈ໊ະ, ນອກນີ້ເພີ່ນຍັງຂາຍກາເຟນົມເຢັນທີ່ເຂັ້ມຂຸ້ນຫອມມັນນຳເດີ້!

ເມນູເດັດ: ປີ້ງປານິນ, ຕຳສົ້ມ, ກາເຟລາວ



ຖ້າເຈົ້າຢາກຣີວິວຮ້ານນີ້ໃຫ້ເລືອກດາວ:


ເບິ່ງຮ້ານທີ່ຄ້າຍຄືກັນ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ