ໜ້າຫຼັກລາວນະຄອນຫຼວງວຽງຈັນຈັນທະບູລີຮ້ານອາຫານ

Manee Cafe (ສາຂາ ຫັດສະດີ)

(0 ຣີວິວ) • ₭

ຮ້ານຄາເຟ່ສຸດ Chic ຕົບແຕ່ງໄດ້ສວຍງາມ ແລະ ສະບາຍຕາໜ່າຢູ່ໃຫ້ໃກ້ຄຽງກັບທຳມະຊາດສຸດໆ ປະດັບໄປດ້ວຍຕົ້ນໄມ້ ແລະ ຕົບແຕ່ງເພດານເປັນທ້ອງຟ້າສວຍງາມ ເປັນບ່ອນສູນລວມຂອງໄວລຸ້ນອີກຮ້ານ ເພາະມີມຸມຖ່າຍຮູບງາມໆ ຈຸດເດັ່ນຂອງເພິ່ນແມ່ນ ເພິ່ນຈະເປັນຄາເຟ່ ທີ່ມີເມນູອາຫານນຳ, ມີພວກເຂົ້າໜົມເຄັກ, ຂອງຫວານຂອງກິນຫຼິ້ນ, ລວມໄປເຖິງເມນູເຄື່ອງດື່ມ ສາມາດເປັນນັ່ງຊິວໆເຮັດວຽກໄດ້ ພາຍໃນຮ້ານກວ້າງຂວາງດີບໍ່ແອອັດ ແລ້ວທີ່ສຳຄັນເຄັກແຊບແຮງ ລອງຊິມເມນູ ເຄັກຊາຂຽວ(Matcha Green Tea Cake) ມີຄວາມລະມຸນເນື້ອເຄັກນຽນນຸ້ມດີ ຫອມຊາຂຽວມາກແມ່!! ສັ່ງມາກິນຄູ່ກັບ Iced Matcha Coffee ເປັນກາເຟປະສົມຊາຂຽວ ໃຫ້ຄວາມເຂັ້ມຂົ້ນຫວານໜ້ອຍໆ ແລະ ຫອມກາເຟກັບຊາຂຽວ ຮູ້ສຶກວ່າມັນເຂົ້າກັນແບບລົງໂຕດີ ໄປຕາມໄດ້😋



ຖ້າເຈົ້າຢາກຣີວິວຮ້ານນີ້ໃຫ້ເລືອກດາວ:


ເບິ່ງຮ້ານທີ່ຄ້າຍຄືກັນ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ