ມາເດີ້ ມາເດີ້ ໃຜທີ່ຄິດຢາກກິນແໜມປາ ແຕ່ບໍ່ເຄີຍເຮັດເອງຈັກເທື່ອ. ມາເບິ່ງວິທີເຮັດເລີຍ. ບໍ່ໄດ້ຍາກ ພຽງແຕ່ຄັດສັນວັດຖຸດິບໃຫ້ສົດ ກະແຊບແລ້ວ. ໂດຍສະເພາະເຂົ້າໂຄບຕ້ອງໃໝ່ເດີຈິ່ງກອບດີ :)
# ເຮັດແໜມ
1. ຄ້າງໝໍ້ ຕົ້ມປານິນເປັນໂຕໃຫ້ສຸກ ປະມານ 15 ນາທີ
2. ໄຈ້ກ້າງອອກ ເອົາແຕ່ເນື້ອ ບີບໃຫ້ມຸ່ນ
3. ໃສ່ເກືອ ແລະ ແປ້ງນົວ ຄົນໃຫ້ເຂົ້າກັນ
4. ໃສ່ເຂົ້າໂຄບທີ່ຕຳແລ້ວ
5. ໃສ່ໝາກປີ, ໝາກຖົ່ວ, ໝາກແຄ້ງຟ້າ ຄົນໃຫ້ເຂົ້າກັນດີ ຊີມລົດໃຫ້ພໍດີ.
# ເຮັດແຈ່ວ:
1. ຕຳໝາກເຜັດໃສ່ ກະທຽມໃຫ້ແຫລກ
2. ຕຳຖົ່ວດິນ
3. ຂ້ຽວນ້ຳຕານໃຫ້ແດງ ແລ້ວເອົານ້ຳໃສ່ຕົ້ມໃຫ້ເປື່ອຍ ປຸງລົດດ້ວຍເກືອ ແລະ ແປ້ງນົວ ໃຫ້ພໍດີມັກ
4. ເອົາອອກໃຫ້ເຢັນ ແລ້ວຈິ່ງໃສ່ ໝາກເຜັດກະທຽມຕຳ, ຖົ່ວດິນຕຳ, ແລະ ໝາກນາວຕາມໃຈມັກ.
# ເສີບກັບແໜມປາທີ່ກຽມໄວ້ ແລະ ຜັກພັນ. ແຊບໄດ້ເລີຍ :)