ໜ້າຫຼັກສູດອາຫານລາວປະເພດຈືນ

ເຂົ້້າຄ່ອງ

(0 ໂຫວດ) • ໂດຍ Saeng Douangdara

4 ຄົນ · ງ່າຍ · 80 ນາທີ · ຖືກ

ເມນູນີ້ ແມ່ນ ມີ 2 ວັດຖຸດິບ ຫລັກເທົ່ານັ້້ນ ຄື: ເຂົ້າໜຽວ ແລະ ນ້ຳຕານ. ເຂົ້າໜຽວ ຕ້ອງໜຶ້ງກ່ອນ, ແລ້ວ ເອົາໄປຕາກ, ແລ້ວໄປຈືນ. ສຸດທ້າຍ ນ້ຳຕານ ເຮັດເປັນ ຄາລາເມວ ຮວດໃສ່. ກາຍເປັນ ຂອງຫວ່າງທີ່ແຊບ.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຈັບ ເຂົ້າໜຽວຮ້ອນໆ ມາປັ້ນ ເປັນແຜ່ນ ແປໆວົງມົນ (ຫ້າມໃຊ້ມື ບີບແຫນ້ນຫລາຍ), ຫລືຈະໃຊ້ ແບບພິມ ເຮັດເຂົ້າໜົມຊ່ວຍ ເຮັດເປັນຮູບຊົງ ກໍ່ໄດ້.

2. ຫລັງຈາກ ເຮັດເປັນແຜ່ນແລ້ວໝົດແລ້ວ ໃຫ້ ເອົາ ໄປຕາກ ໃຫ້ແຫ້ງ ( ໃຊ້ເຄື່ອງ ຕາກໄຟ້າ ຫລື ຕາກແດດກໍ່ໄດ້)

3. ເມື່ອຕາກເຂົ້າໄດ້ ທີ່ແລ້ວ, ໃຫ້ ນຳເອົາໄປຈືນ ທີ່ນ້ຳມັນຮ້ອນ ລະຫວ່າງ 350F ຫາ 375 F (176 C ຫາ 190 ອົງສາ C). ຫ້າມໃຫ້ ຮ້ອນເກີນ ນີ້ ເພາະ ເຂົ້້າຈະໄຫມ້ໄດ້ . ຄວນ ທົດລອງຈືນ ແຜ່ນໜຶ່ງກ່ອນ, ຈືນດ້ານ 1 ລົງໄປ ປະມານ 1 ນາທີ ແລ້ວ ກັບດ້ານ1 ຈືນອີກ 1 ນາທີ. ຈະເຫັນໄດ້ວ່າ ນ້ຳມັນບໍຟົດ ຂຶ້ນແລ້ວ, ຖືວ່າຕັກ ເຂົ້້າຄ່ອງ ອອກໄດ້. ນຳໄປວາງໄວ້ ເຈ້ຍ ທິດຊູ ເພື່ອຊັບນ້ຳມັນອອກ. ສືບຕໍ່ ຈືນແບບນີ້ ແຕ່ລະແຜ່ນ ໄປຈົນໝົດ.

4. ຕັດກ້ອນ ນ້ຳຕານປີ໊ບ (ນ້ຳຕານໝາກພ້າວ) ໃຫ້ມຸ່ນໆ, ແລ້ວ ເອົາລົງ ໃສ່ໝໍ້ ເຮັດໄຟອ່ອນໆ , ໃຈເຢັນໆ ຄົນນ້ຳຕານ ໄປ ຈົນໃຫ້ ມັນເປື່ອຍ ແລະ ຫນຽວ, ຈາກນັ້ນ ໃຫ້ເອົາໄປ ຮວດລົງ ໃສ່ ຫນ້າ ເຂົ້າຄ່ອງ ທຸກແຜ່ນ. ພ້ອມເສີບ ຮັບປະທານ

ໄດ້ ( ລະວັງ ມັນຮ້ອນ, ຖ້າມັນ ເຢັນກ່ອນ ຄ່ອຍກິນ ເດີ ).


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ